ກອງທຶນCEPມີ25ປີໜູນຊ່ວຍທຶນທີ່ໃຫ້ແກ່ກຳມະກອນ,ຜູ້ອອກແຮງງານຢ່າງມີປະສິດທິຜົນ

ກອງທຶນCEPມີ25ປີໜູນຊ່ວຍທຶນທີ່ໃຫ້ແກ່ກຳມະກອນ,ຜູ້ອອກແຮງງານຢ່າງມີປະສິດທິຜົນ - ảnh 1
​ພິ​ທີ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ຄົບ​ຮອບ 25 ປີ
(ພາບ: voh.com.vn)

(vovworld)- ​ໃນ​ຕອນ​ເຊົ້າ ​ວ​ັນ​ທີ 30/10, ກອງ​ທຶນ​ໜູນ​ຊ່ວຍ​ ​ຜູ​້ອອກ​ແຮງ​ງານ ​ທີ່​ທຸກ​ຍາກ ສ້າງວຽກ​ເຮັດ​ງານ​ທຳ​​ເອງ (ເອີ້ນ​ຫຍໍ້​ວ່າ ກອງ​ທຶນ CEP) ຂື້ນ​ກັບສະ​ຫະ​ພັນ​ແຮງງານ ນະ​ຄອນ​ໂຮ່​ຈີ​ມິນ, ໄດ້​ຈັດ​ຕັ້ງ​ພິ​ທີ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ຄົບ​ຮອບ 25 ປີ, ພ້ອມ​ທັງ    ຕ້ອ​ນ​ຮັບ ທຸງ​ແຂ່ງ​ຂັນ​ ຂອງທ່ານ ນາ​ຍົ​ກລັດ​ຖະ​ມົນ​ຕີ​ຫວຽດ​ນາມ ມອບ​ໃຫ້. ໂດຍໄດ້ຮັບ​ການສ້າງ​ຕັ້ງແຕ່ ປີ 1991 ດ້ວຍ​ເງິນທຶນ ພຽງ 460 ລ້ານ​ດົ່ງ, ມາ​ຮອດ​ປັດ​ຈຸ​ບັນ ກອງ​ທຶນ​ໜູນ​ຊ່ວຍ​ ​ຜູ້​ອອກ​ແຮງ​ງານ​ທີ່​ທຸກ​ຍາກ ​ສ້າງວຽກ​ເຮັດ​ງານ​ທຳ​​ເອງ ໄດ້​ພັດ​ທະ​ນາ​ແຫຼ່ງ​ທຶນ​ຂື້ນ​ ກ່​ວາ 27.000 ຕ​ື້​ດົ່ງ. ຜ່ານ​ການ​ເຄື່ອນ​ໄຫວ 25 ປີ, ກອ​ງ​ທຶນ CEP ໄດ້​ນຳ​ເງິນ​ທຶນ​ເຖິງ​ຄອບ​ຄົວກຳ​ມະ​ກອນ, ຜ​ູ້​ອອກ​ແຮ​ງ​ງານທີ່​ທຸກ​ຍາກ  ກວ່າ 2,9 ລ້ານ​ເທື​່ອຄອບ​ຄົວ ດ້ວຍ​ຈຳ​ນວນ​ເງິນ​ໃຫ້​ກູ້​ຍືມ ກວ່າ 27.00 ຕື້​ດົ່ງ. ບໍ່​ພຽງ​ແຕ່​ໜູນ​ຊ່ວຍ​ທຶນ ໃຫ້​ແກ່​ຜູ້​ອອກ​ແຮງ​ງານ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ເທົ່າ​ນັ້ນ, ກອງ​ທຶນ CEP ຍັງ​ໄດ້​ເປີດກວ້າງ​​ການໜູນ​ຊ່ວຍ​​ທຶນ ​ໃຫ້ 8 ທ້ອງ​ຖິ່ນ​ ຢູ່​ໃກ້​ຄຽງ​ອີກ ຄື: ບິ່ງ​ເຢືອງ, ດົ່ງ​ນາຍ, ໄຕ​ນິງ, ລອງ​ອານ, ຕຽນ​ຢາງ, ດົ່ງ​ທາບ, ຫວິງ​ລອງ, ເບນ​ແຈ. ເພື່ອ​ເພີ່ມກຳ​ລັງ​ບົ່ມ​ຊ້ອນ ໃຫ້​ກອງ​ທຶນ CEP, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ​ໄດ້ຕົກ​ລົງ​ມອບ​ໝາຍ ເພີ່ມທຶນ​ຕື່ມ​ອີກ 100 ຕື້​ດົ່ງ ເພື່ອ​ໃຫ້​ກອງ​ທຶນ CEP ສາ​ມາດ​ຕອບ​ສະ​ໜອງ​​ບັນ​ດາ​ເປົ້າ​ໝາຍ​ກຳ​ມະ​ກອນ, ​ຜູ້​ອອກແຮງ​ງານ​ທີ່​ທຸກ​ຍາກ​ຫຼາຍ​ກ່​ວາ​ອີກ, ປະ​ກອບ​ສ່ວນ​ພ້ອມ​ກັບ​ນະ​ຄອນ​ ປະ​ຕິ​ບັດ​​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງໃຫ້ສຳ​ເລັດ ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ