ກອງທຶນຂົນຂວາຍການຫາສຽງເລືອກຕັ້ງຂອງທ່ານນາງHillaryClintonບັນລຸຈຳນວນເງິນສະຖິຕິ


 ກອງທຶນຂົນຂວາຍການຫາສຽງເລືອກຕັ້ງຂອງທ່ານນາງHillaryClintonບັນລຸຈຳນວນເງິນສະຖິຕິ - ảnh 1
ທ່ານ​ນາງອະດີດ​ລັດຖະມົນຕີ​ການ
​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton
(ພາບ: AP)

(vovworld) - ວັນ​ທີ 1/10, ທ່ານ​ນາງອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ​ໃຫ້​ຮູ້​ວ່າ, ​ໃນ​ເດືອນ  9 ທ່ານ​ນາງ​ສ້າງ​ກອງ​ທຶນ​ໄດ້​ຈຳນວນ​​ເງິນສະຖິຕິ​ແມ່ນ 154 ລ້ານ USD ​ໃນ​ການ​ຊ່ວງ​ເສັງ​ເຂົ້າ​ທຳນຽບຂາວ ຕໍ່​ຄູ່​ແຂ່ງ​ແມ່ນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ ສາທາລະນະທ່ານ Donal Trump. ກ່ອນ​ນັ້ນ 1 ​ເດືອນ, ທ່ານ​ນາງ Hillary Clinton ສ້າງ​ກອງ​ທຶນ​ໄດ້ 143 ລ້ານ USD ​ເມື່ອ​ທຽບ​ໃສ່  90 ລ້ານ USD ຂອງ ທ່ານ Donal Trump. ບ້ວງ​ເງິນ​ດັ່ງກ່າວ ຈະ​ຖືກ​ແບ່ງ​ເປັນ​ສອງ​ສ່ວນ. ສ່ວນ​ໜຶ່ງ​ແມ່ນ​ນຳ​ໃຊ້​ໃນ​ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ Hillary Clinton, ​ແລະ ສ່ວນ​ໜຶ່ງ​ແມ່ນສະຫງວນ​ໃຫ້​ພັກປະຊາທິປະ​ໄຕ​ຂອງ​ທ່ານ​ນາງ. ນັບ​ແຕ່​ດຳ​ເນີນ​ກນຊ່ວງ​ເສັງ​ເຂົ້າ​ທຳນຽບຂາວ​ລະຫວ່າງ​ທ່ານ​ນາງ ​ແລະ ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ ສາທາລະນະທ່ານ Donal Trump ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ 2,6 ລ້ານ​ຄົນ​ອຸປະຖຳ​ໃຫ້​ແກ່​ການ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ ​ແລະ ​ໄລ່​ສະ​ເພາະ​ໃນ​ເດືອນ 9, ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ກວ່າ 900.000 ຄົນ.

ຂ່າວ/ບົດ​ອື່ນ