ກອງທຶນປ້ອງກັນຕ້ານໂລກມະເຮັງຫວຽດນາມມອບຂອງຂວັນໃຫ້ເດັກເປັນໂລກມະເຮັງ

ກອງທຶນປ້ອງກັນຕ້ານໂລກມະເຮັງຫວຽດນາມມອບຂອງຂວັນໃຫ້ເດັກເປັນໂລກມະເຮັງ - ảnh 1
ພວກ​ນ້ອງທີ່ພວມ​ບປິ່ວ​ປົວ​​ໂລກ​ມະ​ເຮັງ​ຢູ່​ໂຮງໝໍ K
(ພາບ: vtc.vn)


​(vovworld) - ​ເນື່ອງ​ໃນ​ໂອກາດ​ວັນ​ເດັກ​ສາກົນ (01/06), ກອງ​ທຶນ​ປ້ອງ​ກັນ​ຕ້ານ​ໂລກ​ມະ​ເຮ​ັງຫວຽດນາມ ​ແລະ ບັນດາຜູ້​ໃຈ​ບຸນ​ໃຈ​ກຸ້​ສົນ​ໄດ້​ສົ່ງ​ສານ “​ເພື່ອ​ຮອຍ​ຍີ້ມຂອງ​ເດັກ” ​ເຖິງ​ພວກ​ນ້ອງທີ່ພວມ​ບປິ່ວ​ປົວ​​ໂລກ​ມະ​ເຮັງ​ຢູ່​ໂຮງ​ໝໍ K ສາຂາ ​ເຕີນ​ຈ່ຽວ, ຮ່າ​ໂນ້ຍ. ມີ​ຂອງຂວັນ​ນັບ​ຮ້ອຍ​ພູ​ດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 500.000 ດົ່ງ ​ໄດ້ມອບ​ໃຫ້​ເດັກ​ທີ່​ພວມ​ປິ່ນປົວ​ໂລກ​ມະ​ເຮັງ ຢູ່​ໂຮງໝໍ​ດັ່ງກ່າວ. ນີ້​ແມ່ນ​ບັນດາ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ ​ເພື່ອຫຼຸດຜ່ອນ​ຄວາມ​ເຈັບ​ປວດ, ລະດົມ​ກຳລັງ​ໃຈ​ຕໍ່ສູ້ຕ້ານ​ພະຍາດ ​ແລະ ນຳ​​ເອົາ​ຄວາມມ່ວນ​ຊື່ນ ​ແລະ ມີ​ຄວາມຜາ​ສຸກ​ເຖິງ​ພວກ​ເດັກ​​ໃນ​ໂອກາດ​ວັນ​ເດັກ​ນ້ອຍສາກົນ.

ຂ່າວ/ບົດ​ອື່ນ