ກອງທຶນປະຊາກອນສປຊສົມທົບກັນຕິດຕາມກວດກາການປະຕິບັດນະໂຍບາຍປະຊາກອນຢູ່ຫວຽດນາມ

ກອງທຶນປະຊາກອນສປຊສົມທົບກັນຕິດຕາມກວດກາການປະຕິບັດນະໂຍບາຍປະຊາກອນຢູ່ຫວຽດນາມ - ảnh 1
(ທ່ານ​ຫງວຽນ​ທ້ຽນ​ເຍີນ ​​ຕ້ອນຮັບ​ທ່ານ​ນາງ Ritsu Nacken)

​(vovworld) - ຕອນ​ບ່າຍ​ວັນ​ທີ 28/05, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Ritsu Nacken, ຜູ້​ວ່າການ​ຫົວໜ້າຜູ້​ຕາງໜ້າ​ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ ປະຈຳ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ທ້ຽນ​ເຍີ​ນ ສະ​ເໜີກອງ​ທຶນ​ປະຊາກອນສະຫະ​ປະຊາ​ຊາດ ຮ່ວມ​ມື​ໃນ​ການ​ແບ່ງປັນ​ບົດ​ຮຽນ​ກ່ຽວ​ກັບ​ບັນຫາ​ພັດທະນາ​ປະຊາກອນ, ບັນດາບົດຮຽນ​ໃນການ​ຄຸ້ມ​ຄອງພັດທະນາ​ປະຊາກອນ, ຊ່ວຍ​ໃຫ້​ຫວຽດນາມ ມີທິດທາງ​ຄຸ້ມ​ຄອງ​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ປະຊາກອນ ​ແລະ ພັດທະນາປະຊາກອນ​​ຢ່າງ​ໝັ້ນຄົງ; ພ້ອມ​ທັງ​ສົມທົບ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ມີ​ຂໍ​ສະ​ເໜີຕໍ່​ລັດຖະບານ​ກ່ຽວ​ກັບ​ກົງ​ຈັກ​ຄຸ້ມ​ຄອງ​ປະຊາກອນ ​ແລະ ສົມທົບ​ກັນ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ​ປະຊາກອນ​ຢູ່​ຫວຽດນາມ. ​ໃນ​ໄລຍະ​ສັ້ນ, 2 ຝ່າຍ​ພ້ອມ​ກັນ​ຮ່ວມ​ມື​ໃນ​ການ​​ແລກປ່ຽນ​ບົດຮຽນ​ກັບສາກົນ ​ແລະ ສັງ​ເກດການ​ພັດທະນາປະຊາກອນ​ຢູ່​ຫວຽດນາມ, ປັບປຸງ​ບົດ​ລາຍ​ງານ​ລວມ​ໃຫ້​ສຳ​ເລັດ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ ກ່ຽວ​ກັບ​ການ​ພັດທະນາ​ປະຊາກອນ​ແລະ ​​ແຫຼ່ງກຳລັງ​ຊັບພະຍາກອນ​ມະນຸດຂອງ​ຫວຽດນາມ ​ໃນ​ປະຈຸ​ບັນ ​ແລະ ອະນາຄົດ​ໃນ​ເດືອນ 08 ຈະ​ມາ​ເຖິງ.

        ທ່າ​ນນາງ Ritsu Nacken ຖື​ວ່າ, ບັນຫາ​ປະຊາກອນ​ບໍ່​ພຽງ​ແຕ່​ກ່ຽວຂ້ອ​ງ​ເຖິງ​ຂະ​ແໜງສາທາລະນະ​ສຸກ​ເທົ່າ​ນັ້ນ, ຫາກ​ຍັງ​ກ່ຽວ​ຂ້ອງ​ເຖິງ​ການ​ພັດທະນາ​ແຫຼ່ງຄົນ​ງານ​ໄລຍະຍາວ​​ຂອງ​ແຕ່ລະ​ປະ​ເທດອີກ​ດ້ວຍ, ນີ້​ແມ່ນ​ສິ່ງ​ທີ່​ກອງ​ທຶນ​ປະຊາກອນ​ຂອງ​ສະຫະ​ປະຊາ​ຊາດ ພວມມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ