ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໄດ້​ຮັບ​​ເງິນຈຳ​ນວນ 4.851 ຕື້​ດົ່ງ

(VOVWORLD) -ໄລ່ຮອດເວລາ 17 ໂມງຂອງວັນທີ 13 ມິຖຸນາ, ກອງທຶນດັ່ງກ່າວໄດ້ຮັບເງິນອຸປະຖຳຈຳນວນ 4.851 ຕື້ດົ່ງ.
ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໄດ້​ຮັບ​​ເງິນຈຳ​ນວນ 4.851 ຕື້​ດົ່ງ - ảnh 1ກຸ່ມບໍລິສັດ ຮວາແຊນ ປະກອບສ່ວນ 1 ຕື້ດົ່ງ ເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 (ພາບ: TTXVN)

  ຕາມຄະນະຄຸ້ມຄອງກອງທຶນວັກຊິນກັນພະ  ຍາດໂຄວິດ - 19 ແລ້ວ, ໄລ່ຮອດເວລາ 17 ໂມງຂອງວັນທີ 13 ມິຖຸນາ, ກອງທຶນດັ່ງກ່າວໄດ້ຮັບເງິນອຸປະຖຳຈຳນວນ 4.851 ຕື້ດົ່ງ (ເຊິ່ງລວມທັງຈຳນວນເງິນຕາຕ່າງປະເທດທີ່ໄດ້ຄິດໄລ່ເປັນອັດຕາເງິນດົ່ງແລ້ວ) ຈາກ 291.818 ອົງການຈັດຕັ້ງ ແລະ ສ່ວນບຸກຄົນ.

ຕາມກະຊວງການເງິນແລ້ວ, ເພື່ອສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນຫວຽດນາມ 75 ລ້ານຄົນ, ຫວຽດນາມ ຕ້ອງການວັກຊິນ 150 ລ້ານໂດສ ດ້ວຍຄ່າໃຊ້ຈ່າຍລວມທັງໝົດແມ່ນ 25.200 ຕື້ດົ່ງ. ກອງທຶນວັກຊິນກັນພະຍາດໂຄວິດ - 19 ຈະໄດ້ແຈ້ງຢ່າງເປີດເຜີຍ ແລະ ອັບເດດບັນຊີລາຍຊື່ ສ່ວນບຸກຄົນ, ອົງການຈັດຕັ້ງ ວິສາຫະກິດທີ່ປະກອບສ່ວນໃສ່ກອງທຶນດັ່ງກ່າວ ຕາມແຕ່ລະວັນ, ແຕ່ລະຊົ່ວໂມງ. ການເປີກຈ່າຍເງິນຕາມຂໍ້ສະເໜີຂອງກະຊວງສາທາລະນະສຸກ ພາຍຫຼັງທີ່ໄດ້ຮັບຄຳຊີ້ນຳຈາກນາຍົກລັດຖະມົນຕີ ເພື່ອຊື້ວັກຊິນ ກໍຈະໄດ້ຮັບການລາຍງານຢ່າງເປີດເຜີຍ ແລະ ໂປ່ງໃສ. 

ຕອບກັບ

ຂ່າວ/ບົດ​ອື່ນ