ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ​ໄດ້​ຮັບ​ເງິນ​ສະ​ໜັບ​ສະ​ໜູນ 8.078 ຕື້​ດົ່ງ

(VOVWORLD) -ໃນຕອນເຊົ້າວັນທີ 10 ກໍລະກົດ, ວັກຊິນ Moderna ກັນໂຄວິດ - 19 ດ້ວຍປະລິມານ 2 ລ້ານໂດສ ໂດຍ ອາເມລິກາ ໜູນຊ່ວຍ ຜ່ານກົນໄກ COVAX ໄດ້ມາເຖິງສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ) ແລ້ວ.
ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ​ໄດ້​ຮັບ​ເງິນ​ສະ​ໜັບ​ສະ​ໜູນ 8.078 ຕື້​ດົ່ງ - ảnh 1ພະນັກງານ, ລັດຖະກອນນະຄອນກອມຕຸມສະໜັບສະໜູນເງິນໃຫ້ແກ່ກອງທຶນ (ພາບ: TTXVN)

ຕາມຄະນະບໍລິຫານກອງທຶນວັກຊິນກັນໂຄວິດ - 19 ປ້ອງກັນຕ້ານໂລກລະບາດໂຄວິດ - 19, ໄລ່ຮອດເວລາ 17 ໂມງຂອງວັນທີ 9 ກໍລະກົດ, ຈຳນວນເງິນໃນກອງທຶນວັກຊິນກັນໂຄວິດ - 19 ແມ່ນ 8.078 ຕື້ດົ່ງ (ລວມເງິນຕາຕ່າງປະເທດ) ຊື່ງແມ່ນເງິນຂອງເກືອບ 420.000 ອົງການຈັດຕັ້ງ, ສ່ວນບຸກຄົນໄດ້ປະກອບສ່ວນໃຫ້ແກ່ກອງທຶນ.

ແລະ ກໍ່ໃນຕອນເຊົ້າວັນທີ 10 ກໍລະກົດ, ວັກຊິນ Moderna ກັນໂຄວິດ - 19 ດ້ວຍປະລິມານ 2 ລ້ານໂດສ ໂດຍ ອາເມລິກາ ໜູນຊ່ວຍ ຜ່ານກົນໄກ COVAX ໄດ້ມາເຖິງສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ) ແລ້ວ. ງວດວັກຊິນນີ້ນອນໃນຈຳນວນວັກຊິນ 80 ລ້ານໂດສ ເຊິ່ງ ອາເມລິກາ ໃຫ້ຄຳໝັ້ນສັນຍາສະໜອງຈາກແຫຼ່ງວັກຊິນພາຍໃນປະເທດໃນເດືອນພຶດສະພາ ປີ 2021, ໃນນັ້ນມີ ວັກຊິນປະມານ 41 ລ້ານໂດສ ໄດ້ຮັບການແຈກຢາຍຜ່ານກົນໄກ COVAX, ເພື່ອແນໃສ່ຮັບປະກັນຄວາມຕ້ອງການສັກວັກຊິນໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ