ກອງທຶນສາກົນຕີລາຄາກ່ຽວກັບແງ່ຫວັງຟື້ນຟູ ເສດຖະກິດທົ່ງໂລກ.

(VOVWORLD) -ທ່ານຮອງອຳນວຍການໃຫຍ່ ກອງທຶນສາກົນຫຼື IMF ແຈັກຟີ ໂອກະໂມໂຕ ໄດ້ເນັ້ນໜັກວ່າ ມີບັນດາສັນຍານທີ່ໄດ້ສະແດງໃຫ້ເຫັນການຟື້ນຟູຢ່າງແຂງແຮງກວ່າຂອງຟື້ນຖານເສດຖະກິດທົ່ວໂລກ 
    ກອງທຶນສາກົນຕີລາຄາກ່ຽວກັບແງ່ຫວັງຟື້ນຟູ ເສດຖະກິດທົ່ງໂລກ.  - ảnh 1ພາບປະກອບ

    ວັນທີ 20 ມີນາ ທ່ານຮອງອຳນວຍການໃຫຍ່ ກອງທຶນສາກົນຫຼື IMF ແຈັກຟີ ໂອກະໂມໂຕ ໄດ້ເນັ້ນໜັກວ່າ ມີບັນດາສັນຍານທີ່ໄດ້ສະແດງໃຫ້ເຫັນການຟື້ນຟູຢ່າງແຂງແຮງກວ່າຂອງຟື້ນຖານເສດຖະກິດທົ່ວໂລກ ແຕ່ທ່ານຍັງກ່າວເຕືອນກ່ຽວກັບຄວາມສ່ຽງທີ່ຍັງຄົງຕົວ, ໃນນັ້ນມີການປະກົດຕົວຂອງເຊື້ອໄວຣັດຊາໂກວີ 2 ສາຍພັນໃໝ່.

    ຕາມທ່ານແລ້ວ ໃນຕົ້ນເດືອນເມສາປີ 2021 IMF ຈະອັບເດດການຄາດຄະເນການເຕີບໂຕທົ່ວໂລກ 5,5% ເຊິ່ງອົງການນີ້ໄດ້ປະກາດເມື່ອເດືອນມັງກອນ ທີ່ຜ່ານມາ. ສິ່ງນີ້ແນໃສ່ສ່ອງແສງບ້ວງເງິນກະຕຸ້ນທີ່ເພີ່ມເຕີມໃໝ່ ໂດຍອາເມລິກາຮັບຮອງເອົາ ແຕ່ທ່ານໂອກາໂມໂຕກໍ່ບໍ່ເຜີຍໃຫ້ຮູ້ລາຍລະອຽດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ