ກອງທຶນຫນູນຊ່ວຍພັດທະນາວິສາຫະກິດຫວຽດນາມໃກ້ຈະເຂົ້າເຄື່ອນໄຫວ

ກອງທຶນຫນູນຊ່ວຍພັດທະນາວິສາຫະກິດຫວຽດນາມໃກ້ຈະເຂົ້າເຄື່ອນໄຫວ - ảnh 1
ພາບປະກອບ:internet


(vovworld)-   ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ພວມ​ສ້າງ​ເອກະສານ​ນິຕິ​ກຳ ​ແລະ ກົງຈັກ​ເພື່ອ​ນຳ​ກອງ​ທຶນ​ຫນູນ​ຊ່ວຍ​ພັດທະນາ​ວິສາ​ຫະກິດ​ເຂົ້າ​ເຄື່ອນ​ໄຫວ​ໂດ​ຍ​ໄວ. ​ໃນ​ສະພາບ​ມີ​ພຽງ 30% ວິ​ສາ​ຫະກິດຂະຫນາດ​ກາງ ​ແລະ ນ້ອຍ​ໄດ້​ກູ້​ຢືມ​ທຶນ​ຈາກ​ທະນາຄານ, ​ເລື່ອງ​ກອງທ​ຶນດັ່ງກ່າວ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ທ່ານ ຫງວຽນ​ຈ້ອງ​ຫ້ຽວ, ຮອງ​ຫົວຫນ້າ​ກົມ​ພັດທະນາ​ວິ​ສາ​ຫະກິດ ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ສ້າງ​ຕັ້ງກອງ​ທຶນ​ແມ່ນ​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ ​ເພາະວ່າ ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ນະ​ໂຍບາຍ​ຊ່ວຍ​​ວິ​ສາ​ຫະກິດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ພິ​ເສດ​ໃນ​ຂົງ​ເຂດ​ບຸລິມະສິດ​ພັດທະນາ, ສາມາດ​ໄດ້​ກູ້​ຢືມ​ທຶນ​ຈາກ​ກອງ​ທຶນ​ເພື່ອ​ພັດທະນາ​. ພວກ​ຂ້າພະ​ເຈົ້າ​ຈະ​ຊຸກຍູ້​ເພື່ອ​ໃຫ້​ກອງ​ທຶນ​ດັ່ງກ່າວ​ນຳ​ເຂົ້າ​ເຄື່ອນ​ໄຫວ​ໂດຍ​ໄວ​ເພື່ອ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​.”

ຂ່າວ/ບົດ​ອື່ນ