ກອງທັບ Israel ແລະ ກຳລັງ Houthi ໂຕ້ຕອບເຊິ່ງກັນ ແລະ ກັນເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ

(VOVWORLD) - ກອງທັບ Israel (IDF) ໄດ້ນຳໃຊ້ເຮືອບິນສູ້ຮົບບຸກໂຈມຕີທ່າກຳປັ່ນ Hodeidah ຢູ່ເຂດດິນແດນ Yemen ໂດຍກຳລັງ Houthi ຄວບຄຸມ
ກອງທັບ Israel ແລະ ກຳລັງ Houthi ໂຕ້ຕອບເຊິ່ງກັນ ແລະ ກັນເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ - ảnh 1ກອງທັບ Israel (IDF) ໄດ້ນຳໃຊ້ເຮືອບິນສູ້ຮົບບຸກໂຈມຕີທ່າກຳປັ່ນ Hodeidah
(ພາບ: Arab networks)

ວັນທີ 20 ກໍລະກົດ (ຕາມເວລາທ້ອງຖິ່ນ), ກອງທັບ Israel (IDF) ໄດ້ນຳໃຊ້ເຮືອບິນສູ້ຮົບບຸກໂຈມຕີທ່າກຳປັ່ນ Hodeidah ຢູ່ເຂດດິນແດນ Yemen ໂດຍກຳລັງ Houthi ຄວບຄຸມ, ເພື່ອໂຕ້ຕອບການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແນໃສ່ນະຄອນ Tel Aviv , ກ່ອນໜ້ານັ້ນ 1 ວັນ, ເຮັດໃຫ້ 1 ຄົນຖືກເສຍຊີວິດ.

ໃນຂະນະນັ້ນ, ກຳລັງ Hezbollah ຢູ່ Lebanon, ເຊິ່ງແມ່ນພັນທະມິດຂອງ Houthi, ຕີລາຄາວ່າ, ບັນດາການບຸກໂຈມຕີຂອງ Israel ແນໃສ່ກຳປັ່ນ Hodeidah ໄດ້ສ້າງບາດລ້ຽວອັນຕະລາຍ ພາຍຫຼັງ 9 ເດືອນທີ່ການປະທະກັນເກີດຂຶ້ນຢູ່ເຂດ Gaza, ເຮັດໃຫ້ເພີ່ມຄວາມສ່ຽງກ່ຽວກັບການປະທັນໃນທົ່ວພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ