ກອງທັບ Venezuela ຢັ້ງຢືນຄືນໃໝ່ຈະຈົ່ງຮັກພັກດີຕໍ່ທ່ານ ປະທານາທິບໍດີ Hugo Chavez

ກອງທັບ Venezuela ຢັ້ງຢືນຄືນໃໝ່ຈະຈົ່ງຮັກພັກດີຕໍ່ທ່ານ ປະທານາທິບໍດີ Hugo Chavez - ảnh 1
ກອງທັບ Venezuela
(ພາບປະກອບ)

(vovworld) - ວັນ​ທີ 16/1, ບັນດາ​ກຳລັງ​ປະກອບ​ອາວຸດ Venezuela (ຫຼື FANB) ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ການ​ສະໜັບສະໜູນ​ທີ່​ມີ​ຕໍ່​ທ່ານ​ປະທານາທິບໍດີ Hugo Chavez, ພ້ອມ​ທັງ​ຖະ​ແຫຼ​ງຈະປະຕິບັດ ​ແລະ ຮັບປະກັນ​​ປະຕິບັດ​ບັນດາ​ຄຳ​ຕັດສິນ​ຂອງ​ສານ​ຍຸຕິ​ທຳ​ສູງ​ສຸດ ​ແລະ ສະພາ​ແຫ່​ງຊາດ ​​​ໄດ້ອະນຸຍາດ​ໃຫ້ການ​ນຳ​ປະ​ເທດ​ນີ້ ສະບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ ຄືນ​ໃໝ່​ເມື່ອ​ສຸຂະພາບ​ຂອງ​ທ່ານ​​ແຂງ​ແຮງ​ຂຶ້ນ. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Venezuela, ພົນ​ເຮືອ​ເອກ Diego Molero ​ໃຫ້​ຮູ້​ວ່າ: ຍິ່ງ​ກ່ວາ​ເວລາ​ໃດ​ໝົດ FANB ຈະ​ປະຕິບັດ​ຕາມ​ຄຳ​ສັ່ງ ​ແລະ ຈົ່ງ​ຮັກ​ພັກດີ​​ໂດຍບໍ່​ມີ​ເງື່ອນ​ໄຂຕໍ່​ທ່ານ​ປະທານາທິບໍດີ Hugo Chavez. ທ່ານ​ກໍ່​ໄດ້​ຊີ້​ແຈ້ງວ່າ: ກອງທັບ​ຈະ​ຮັບປະກັນ​​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຍຸຕິ​ທຳ​ສູງ​ສຸດ​ທີ່​ອະນຸຍາດ​ໃຫ້​ລັດຖະບານ​ສືບ​ຕໍ່​ບໍລິຫານ​ປະ​ເທດ​ຊາດ. FANB ກໍ່​ລະມັດລະວັງ​ຕໍ່ໜ້າ​ທຸກໆ​ການ​ກະທຳ​ເກາະ​ຜິດ​ ​ແລະ ການ​ປ່ຽນ​ແປງ​ລັດຖະທຳ​ມະນູນ, ພ້ອມ​ທັງ​ຈະ​ເຮັດ​ວຽກ​ຈົ່ງ​ຮັກ​ພັກດີ​ຕໍ່​ວິວັດ​ການ​ປະຊາທິປະ​ໄຕ, ປະຕິ​ວັດ ​ແລະ ສັນຕິພາບ​ຢູ່ Venezuela.

ຂ່າວ/ບົດ​ອື່ນ