ກອງທັບ ຈີນ - ອິນ​ເດຍ ສືບ​ຕໍ່​ຖອນ​ຕົວ​ອອກ​ຈາກ​ເຂດ​ເກີດການ​ຂັດ​ແຍ້​ງກັນ

(VOVWORLD) -ຊາຍແດນ ແມ່ນບັນຫາທີ່ມີຄວາມລໍ່ແຫຼມ ແລະ ສັບສົນລະຫວ່າງ ປັກກິ່ງ ແລະ  New Delhi. 
ກອງທັບ ຈີນ - ອິນ​ເດຍ ສືບ​ຕໍ່​ຖອນ​ຕົວ​ອອກ​ຈາກ​ເຂດ​ເກີດການ​ຂັດ​ແຍ້​ງກັນ - ảnh 1ບັນດາກໍາລັງແນວໜ້າຂອງສອງປະເທດ ພວມຖອນກໍາລັງທະຫານອອກຈາກເຂດຂັດແຍ່ງກັນ  (ພາບ: NDTV/TTXVN)

        ວັນທີ 10 ກໍລະກົດ, ທ່ານເອກອັກຄະລັດຖະທູດ ຈີນ ປະຈໍາ ອິນເດຍ ຊວນໄຫວຕູງ ໃຫ້ຮູ້ວ່າ ບັນດາກໍາລັງແນວໜ້າຂອງສອງປະເທດ ພວມຖອນກໍາລັງທະຫານອອກຈາກເຂດຂັດແຍ່ງກັນ ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ ບັນດາຜູ້ບັນຊາການທະຫານ ພາຍຫຼັງເກີດການປະທະກັນເມື່ອເດືອນແລ້ວນີ້ ອັນໄດ້ເຮັດໃຫ້ພົນທະຫານເສຍຊີວິດຢ່າງໜ້ອຍ 20 ຄົນ ຢູ່ຮ່ອມພູ Galwan. ຕາມທ່ານ ຊວນໄຫວຕູງ ແລ້ວ, ປັກກິ່ງ ແລະ New Delhi ຄວນກາຍເປັນຄູ່ຮ່ວມມືຂອງກັນ ແທນທີ່ເປັນຄູ່ຕໍ່ສູ້ກັນ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ ເພື່ອນໍາການພົວພັນສອງຝ່າຍກັບຄືນສູ່ວົງໂຄຈອນທີ່ຖືກຕ້ອງ. ແລະ ກໍຕາມທ່ານເອກອັກຄະລັດຖະທູດ ຈີນ ແລ້ວ, ຊາຍແດນ ແມ່ນບັນຫາທີ່ມີຄວາມລໍ່ແຫຼມ ແລະ ສັບສົນລະຫວ່າງ ປັກກິ່ງ ແລະ  New Delhi. 

ຕອບກັບ

ຂ່າວ/ບົດ​ອື່ນ