ກອງ​ທັບ ຊູ​ດັງ​ໄດ້​ຖອນ​ຕົວ​ອອກ​ຈາກ​ການ​ເຈ​ລະ​ຈາ​ຢຸດ​ຍິງ

(VOVWORLD) - ການປະທະກັນໃຫຍ່ໄດ້ເກີດຂຶ້ນຢູ່ Khartoum ແລະ ທາງທິດຕາເວັນຕົກ Darfur ພາຍຫຼັງໜຶ່ງວັນ ທີ່ຂໍ້ຕົກລົງຢຸດຍິງມີຜົນບັງຄັບໃຊ້ ໃນວັນຈັນທີ່ຜ່ານມາ.
ກອງ​ທັບ ຊູ​ດັງ​ໄດ້​ຖອນ​ຕົວ​ອອກ​ຈາກ​ການ​ເຈ​ລະ​ຈາ​ຢຸດ​ຍິງ - ảnh 1ພາບປະກອບ: AFP/TTXVN

ວັນທີ 31 ພຶດສະພາ, ກອງທັບ ຊູດັງໄດ້ຖອນຕົວອອກຈາກບັນດາການເຈລະຈາຢຸດຍິງໂດຍ ອາເມລິກາ ແລະ ອາຣັບບິ ຊາອຸດິດແມ່ນປະເທດເປັນກາງ, ດ້ວຍສາຍເຫດກຳລັງໜູນຊ່ວຍວ່ອງໄວ (RSF) ໄດ້ລະເມີດຂໍ້ຕົກລົງ ຢຸດຍິງ. ກອງທັບ ຊູດັງ ໄດ້ກ່າວເຕືອນ RSF ລະເມີດຂໍ້ຕົກລົງຢຸດຍິງດ້ານມະນຸດສະທຳເປັນຫຼາຍຄັ້ງ, ຢຶດຄອງໂຮງໝໍ, ພື້ນຖານໂຄງລ່າງພົນລະເມືອງຕ່າງໆຢູ່ນະຄອນຫຼວງ Khartoum ພ້ອມທັງປະກາດກຽມພ້ອມການສູ້ຮົບຈົນຍາດໄດ້ໄຊຊະນະ. ໃນຂະນະນັ້ນ, RSF ກໍ່ກ່າວຫາ ກອງທັບລະເມີດຂໍ້ຕົກລົງຢຸດຍິງ ພ້ອມທັງໃຫ້ຄຳໝັ້ນສັນຍາສືບຕໍ່ຂໍ້ຕົກລົງຢຸດຍິງ ດ້ວຍບຸລິມະສິດໜູນຊ່ວຍດ້ານມະນຸດສະທຳ. ການປະທະກັນໃຫຍ່ໄດ້ເກີດຂຶ້ນຢູ່ Khartoum ແລະ ທາງທິດຕາເວັນຕົກ Darfur ພາຍຫຼັງໜຶ່ງວັນ ທີ່ຂໍ້ຕົກລົງຢຸດຍິງມີຜົນບັງຄັບໃຊ້ ໃນວັນຈັນທີ່ຜ່ານມາ.

ແລະກໍ່ໃນວັນທີ 31 ພຶດສະພາ, ສປຊ ໃຫ້ຮູ້ວ່າ ພາຍຫຼັງພຽງແຕ່ເວລາ 6 ອາທິດນັບແຕ່ເວລາເກີດການປະທະກັນຢູ່ຊູດັງ, ມີປະຊາຊົນກ່ວາ 1,2 ລ້ານຄົນ ຕ້ອງປະລະເຮືອນຊານ. ຫ້ອງວ່າການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ ໃຫ້ຮູ້ວ່າ ພວມພ້ອມກັບບັນດາຄູ່ຮ່ວມມືສືບຕໍ່ໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນຊູດັງ.

ຕອບກັບ

ຂ່າວ/ບົດ​ອື່ນ