ກອງທັບ ຊີຣີ ປົດປ່ອຍສ່ວນໜຶ່ງໃນເຂດ Raqqa ຕາເວັນອອກສ່ຽງໃຕ້

(VOVWORLD) - ກອງທັບລັດຖະບານ ຊີຣີ ພ້ອມກັບບັນດາພັນທະມິດໄດ້ຍາດຄືນບາງເຂດດິນແດນຢູ່ Raqqa ຕາເວັນອອກສ່ຽງໃຕ້

ຈາກກຳມືຂອງກຳລັງລັດອິດສະລາມ IS ພາຍຫລັງການບຸກໂຈມຕີທາງອາກາດເປັນຫລາຍຄັ້ງ. ການບຸກຕີເຂົ້າເຂດຊາຍແດນລະຫວ່າງ 2 ແຂວງ Raqqa ແລະ Deir al-Zor ດຳເນີນໃນຕອນຄ່ຳວັນທີ 22 ກໍລະກົດ. ໃນການບຸກຕີດັ່ງກ່າວ ກອງທັບລັດຖະບານກໍຍາດໄດ້ສິດຄວບຄຸມບໍ່ນ້ຳມັນຢູ່ເຂດ Sabkha. ກອງທັບລັດຖະບານ ຊີຣີ ພວມປະທະກັນຢ່າງຮ້າຍແຮງກັບບັນດາມືປືນ IS ຢູ່ທິດເໜືອແຂວງ Sabkha ແລະ ຍາດໄດ້ໄຊຊະນະຫລາຍຄັ້ງ.


ຕອບກັບ

ຂ່າວ/ບົດ​ອື່ນ