ກອງທັບ ຊີຣີ ປະກາດຢຶດເອົານະຄອນ Palmyra ຈາກ IS

ກອງທັບ ຊີຣີ ປະກາດຢຶດເອົານະຄອນ Palmyra ຈາກ IS - ảnh 1
ກອງທັບ ຊີຣີ ​ໄດ​​້ປະກາດ​ຢຶກ​ເອົ​າ​ສິດ​ຄຸ້ມຄອງ​ນະຄອນ​ເກົ່າ
Palmyra ຈາກ​ອົງການ​ລັດ​ອິດສະ​ລາມ (IS)
(ພາບ:Independent)

(vovworld) - ​​ ວັນ​ທີ 02/03 ກອງທັບ ຊີຣີ ​ໄດ​​້ປະກາດ​ຢຶກ​ເອົ​າ​ສິດ​ຄຸ້ມ​ຄອງ​ນະຄອນ​ເກົ່າ Palmyra ຈາກ​ອົງການ​ລັດ​ອິດສະ​ລາມ (IS) ຄັ້ງ​ທີ່ 2 ຄືນ​ໃໝ່ ​ໃນ​ຮອບ​ເວລາ 1 ປີ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງກຳລັງສຳພັນ​ທະ​ມິດ ​ແລະ ບັນດາ​ເຮືອບິນ​ສູ້​ຮົບຂອງ ລັດ​ເຊຍ. ​ໃນ​​ແຈ້ງ​ການ​ໜຶ່ງ ກອງທັບ ຊີຣີ ຢືນຢັນ​ວ່າ ​ໄດ້​ຢຶດ​ເອົາ​ນະຄອນ Palmyra ຄືນ​ໃໝ່ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ກຳ​ລັງ​ກອງທັບ​ອາກາດ ຊີຣີ ​ແລະ ລັດ​ເຊຍ ພ້ອມ​ກັບ​ການ​ຮ່ວມ​ມື​ຂອງ​ບັນດາ​ສຳພັນ​ທະ​ມິດ.

        ຍັງ​ມີ​ການ​ກະທຳ​ທີ່​ກ່ຽວ​ຂ້ອງ​ນັ້ນ​ແມ່ນ ວັນ​ທີ 02/03 ອ​ຳນາດການ​ປົກຄອງ Damascus ​ໄດ້​ກ່າວ​ຫາຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ (HNC) - ຜູ້​ຕາງ​ໜ້າຝ່າຍ​ຄ້ານ​ຕົ້ນຕໍ​ຂອງ ຊີຣີ, ​ໄດ້​ໂຈະ​ວິວັດທະນາ​ການ​ເຈລະຈາ​ສັນຕິພາບ​ ​ເຊິ່ງດຳ​ເນີນ​ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ ​ໄວ້, ດ້ວຍ​ການປະຕິ​ເສດ​ນຳ​ບັນຫາ​ລັດທິ​ກໍ່​ການ​ຮ້າຍ​ເຂົ້າ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ການ​ເຈລະຈາ​ສັນຕິພາບ. ທ່ານ Bashar al – Jaafari ຫົວໜ້າ​ຄະນະ​ເຈລະຈາ​ລັດຖະບານ ຊີຣີ ຢືນຢັນ​ວ່າ ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ (HNC) ຕ້ອງ​ຮັບຜິດຊອບ ຖ້າຫາກວ່າ ​ວຽກ​ງານ​ເຈລະຈາ​ສັນຕິພາບຖືກປະຊາ​ໄຊ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ