ກອງທັບ ຊີຣີ ຢຶດເອົາເຂດສຳຄັນຕິດກັບນະຄອນຫລວງ Damascus ຄືນໃໝ່

ກອງທັບ ຊີຣີ ຢຶດເອົາເຂດສຳຄັນຕິດກັບນະຄອນຫລວງ Damascus ຄືນໃໝ່ - ảnh 1
(ພາບປະກອບ)

(vovworld) – ​ ​ ວັນ​ທີ 29/01 ກອງທັບ​ລັດຖະບານ ຊີຣີ ຢຶດ​ເອົາສິດ​ຄວບ​ຄຸມ​ບັນດາ​ເທດສະບານ​ ​ແລະ ໝູ່​ບ້ານ​ຢູ່​ເຂດຮ່ອມ​ພູ Wadi Barada ​ຕິດກັບ​ນະຄ​ອນຫລວງ Damascus ຄືນ​ໃໝ່. ​ໃນ​ຊອງ​ໂທລະພາບ​ແຫ່ງ​ຊາດ, ກອງທັບ ຊີຣີ ຖະ​ແຫຼ​ງ​ໄດ້​ພ້ອມ​ກັບ​ກຳ​ລັງສຳພັນ​ທະ​ມິດ​ສຳ​ເລັດ​ໜ້າ​ທີ່​ຟື້ນ​ຟູຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ໃຫ້​ພາກ​ພື້ນ. ກ່ອນ​ໜ້າ​ນັ້ນ​ໜຶ່ງ​ວັນ ກອງທັບ ຊີຣີ  ​ແລະ ​ສຳພັນ​ທະ​ມິດ ​ໄດ້​ຢຶດ​ເອົາ​ເທດສະບານ​ Ain Fijeh  ຢູ່​ເຂດ Wadi Barada ​ແຫ່ງ​ມີ​ຫ້ວຍນ້ຳ​ລຳໃຫຍ່ ​ແລະ ສະຖານີ​ສູບ​ນ້ຳ​ທີ່​ສະໜອງ​ນ້ຳ​ເກືອບ​ທັງ​ໝົດໃຫ້​ນະຄອນຫລວງ  Damascus. ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ໄດ້​ເກີດ​ຂຶ້ນ​ຢູ່ Wadi Barada ​ໃນ​ຫລາຍ​ອາທິດ​ຜ່ານ​ມາ, ມີ​ຜົນ​ສະທ້ອນ​​ເຖິງຄຳ​ສັ່ງ​ຢຸດ​ຍິງ​ໃນ​ທົ່ວ​ປະ​ເທດ ​ແລະ ​ເຮັດ​ໃຫ້​ຊາວ​ນະຄອນ Damascus ດຳລົງ​ຊີວິດ​ໃນ​ສະພາບຂາດນ້ຳ​ສະອາດ.

ຂ່າວ/ບົດ​ອື່ນ