ກອງ​ທັບ ອິດ​ສະ​ຣາ​ແອັນ ຖະ​ແຫຼງຢຶດ​ຄອງຫຼາຍ​ສຳ​ນັກ​ງານ​ສຳ​ຄັນ​ຂອງ ຮາ​ມາດ​ສ

(VOVWORLD) - ກອງທັບ ອິດສະຣາແອັນ ຖະແຫຼງວ່າ ໃນບັ້ນບຸກໂຈມຕີທາງບົກເຂົ້າເຂດ ກາຊາ, ກຳລັງດັ່ງກ່າວ ໄດ້ຢຶດຄອງສຳນັກງານປົກຄອງເກືອບທັງໝົດຂອງຂະບວນການອິດສະລາມ ຮາມາດສ ຢູ່ໃຈກາງນະຄອນ ກາຊາ ແລະ ບັນດາສະຖານທີ່ ທີ່ເຄີຍນຳໃຊ້ເພື່ອຂຶ້ນແຜນບຸກໂຈມຕີ ອິດສະຣາແອັນ ໃນວັນທີ 07 ຕຸລາ. 
ກອງ​ທັບ ອິດ​ສະ​ຣາ​ແອັນ ຖະ​ແຫຼງຢຶດ​ຄອງຫຼາຍ​ສຳ​ນັກ​ງານ​ສຳ​ຄັນ​ຂອງ ຮາ​ມາດ​ສ - ảnh 1ທະຫານ ອິດສະຣາແອັນ ບຸກໂຈມຕີຕ້ານຄືນ ຮາມາດສ ຢູ່ເຂດພາກເໜືອ ກາຊາ (ພາບ: THX/TTXVN)

ວັນທີ 14 ພະຈິກ, ກອງທັບ ອິດສະຣາແອັນ ຖະແຫຼງວ່າ ໃນບັ້ນບຸກໂຈມຕີທາງບົກເຂົ້າເຂດ ກາຊາ, ກຳລັງດັ່ງກ່າວ ໄດ້ຢຶດຄອງສຳນັກງານປົກຄອງເກືອບທັງໝົດຂອງຂະບວນການອິດສະລາມ ຮາມາດສ ຢູ່ໃຈກາງນະຄອນ ກາຊາ ແລະ ບັນດາສະຖານທີ່ ທີ່ເຄີຍນຳໃຊ້ເພື່ອຂຶ້ນແຜນບຸກໂຈມຕີ ອິດສະຣາແອັນ ໃນວັນທີ 07 ຕຸລາ. ໄປຄຽງຄູ່ກັນນັ້ນ, IDF ກໍຢຶດຄອງຮາກຖານແຫ່ງ 1 ຕັ້ງຢູ່ມະຫາວິທະຍາໄລ ກາຊາ, ເຊິ່ງເປັນບ່ອນສວມບົດບາດເປັນສະຖານທີ່ຄົ້ນຄວ້າ ແລະ ຜະລິດອາວຸດຂອງ ຮາມາດສ.

        ກ່ຽວຂ້ອງເຖິງສະພາບການຢູ່ເຂດ ກາຊາ, ຕາມວົງການເຈົ້າໜ້າທີ່ ອິດສະຣາແອັນ ແລ້ວ, ມີຜູ້ເສຍຊີວິດ 1.200 ຄົນ ຢູ່ພາກໃຕ້ປະເທດນີ້, ສ່ວນຫຼາຍແມ່ນສາມັນຊົນ, ໃນຂະນະທີ່ມີ 240 ຄົນ ຖືກຈັບເປັນຕົວປະກັນ ນັບແຕ່ເມື່ອເກີດການປະທະກັນລະຫວາງ ອິດຣາແອັນ ແລະ ຂະບວນການ ຮາມາດສ  ແຕ່ວັນທີ 07 ຕຸລາ ຜ່ານມາ. ໃນຂະນັ້ນ, ຝ່າຍ ຮາມາດສ ກໍແຈ້ງໃຫ້ຊາບວ່າ ມີ ກວ່າ 11.200 ຄົນ ສ່ວນຫຼາຍແມ່ນສາມັນຊົນ ເສຍຊີວິດໃນບັນດາເຫດບຸກໂຈມຕີຂອງ ອິດສະຣາແອັນ ແນໃສ່ເຂດກາຊາ.

      

ຕອບກັບ

ຂ່າວ/ບົດ​ອື່ນ