ກອງ​ທັບ ອິດ​ສະ​ຣາ​ແອັນ ມ້າງ​ທຳ​ລາຍ​ຄ້າຍ​ລີ້​ໄພ​ຢູ​່​ເຂດ ກາ​ຊາ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ​ຮັບບາດ​ເຈັບກວ່າ 400 ຄົນ

(VOVWORLD) - ການມ້າງທຳລາຍເຂດຊຸມຊົນແຫ່ງໜຶ່ງ ເຊິ່ງນອນໃນຄ້າຍລີ້ໄພ Jabalia, ຢູ່ທາງທິດເໜືອເຂດ ກາຊາ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບກວ່າ 400 ຄົນ. 
ກອງ​ທັບ ອິດ​ສະ​ຣາ​ແອັນ ມ້າງ​ທຳ​ລາຍ​ຄ້າຍ​ລີ້​ໄພ​ຢູ​່​ເຂດ ກາ​ຊາ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ​ຮັບບາດ​ເຈັບກວ່າ 400 ຄົນ - ảnh 1ຕຶກອາຄານຕ່າງໆຢູ່ເຂດ ກາຊາ ຖືກມ້າງທຳລາຍ (ພາບ: AP)

ຄວາມເຄັ່ງຕຶງກ່ຽວກັບສົງຄາມຢູ່ເຂດ ກາຊາ ສືບຕໍ່ເພີ່ມຂຶ້ນ ເມື່ອກອງທັບ ອິດສະຣາແອັນ ເພີ່ມທະວີບັ້ນບຸກໂຈມຕີທາງອາກາດ, ພ້ອມທັງຍູ້ແຮງການເຄື່ອນໄຫວບຸກໂຈມຕີທາງບົກ, ແນໃສ່ສະກັດກັ້ນການປ້ອງກັນຕົວຂອງຂະບວນການອິດສະຣາມ Hamas. ໜຶ່ງໃນບັນດາບັ້ນບຸກໂຈມຕີທາງອາກາດທີ່ໜ້າສົນໃຈທີ່ສຸດຂອງກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ ໃນວັນທີ 31 ຕຸລາ ແມ່ນ ການມ້າງທຳລາຍເຂດຊຸມຊົນແຫ່ງໜຶ່ງ ເຊິ່ງນອນໃນຄ້າຍລີ້ໄພ Jabalia, ຢູ່ທາງທິດເໜືອເຂດ ກາຊາ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບກວ່າ 400 ຄົນ. ສື່ມວນຊົນພາກພື້ນ ແລະ ບັນດາແຫຼ່ງຂ່າວສາທາລະນະສຸກ ປາແລັດສະຕິນ ກໍຢັ້ງຢືນວ່າ ຜູ້ເສຍຊີວິດ ແລະ ຮັບບາດເຈັບໃນບັ້ນບຸກໂຈມຕີດັ່ງກ່າວ ສ່ວນໃຫຍ່ແມ່ນແມ່ຍິງ ແລະ ເດັກ.

        ໃນແຈ້ງການສະບັບໜຶ່ງທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ X ໃນຕອນຄ່ຳວັນທີ 31 ຕຸລາ, ລັດຖະມົນຕີການຕ່າງປະເທດ ອາຣັບບີ ຊະອຸດິ ພັນລະນາວ່າ ການບຸກໂຈມຕີແນ່ໃສ່ຄ້າຍລີ້ໄພ Jabalia ແມ່ນການກະທຳໄຮ້ມະນຸດສະທຳ ແລະ ລະເມີດກົດໝາຍສາກົນຢ່າງຮຸນແຮງ. ໃນຂະນະນັ້ນ, ການເດີນຂະບວນປະທ້ວງມະຫາຊົນນັບສິບຂະບວນໄດ້ເກີດຂຶ້ນຢູ່ນະຄອນຫຼວງ ແລະ ບາງນະຄອນໃຫຍ່ຂອງ ເກືອບ 10 ປະເທດໃນພາກພື້ນ ເພື່ອສະແດງຄວາມໂກດແຄ້ນຕໍ່ການບຸກໂຈມຕີດັ່ງກ່າວ.

ກອງ​ທັບ ອິດ​ສະ​ຣາ​ແອັນ ມ້າງ​ທຳ​ລາຍ​ຄ້າຍ​ລີ້​ໄພ​ຢູ​່​ເຂດ ກາ​ຊາ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ​ຮັບບາດ​ເຈັບກວ່າ 400 ຄົນ - ảnh 2ສະພາບການຢູ່ເຂດ ກາຊາ ໃນວັນທີ 29/10 (ພາບ: THX/TTXVN)

        ຕໍ່ໜ້າສະພາບການດັ່ງກ່າວ, ຫາງສຽງສາກົນກໍສືບຕໍ່ກ່າວປະນາມການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການອິດສະຣາມ Hamas.

ຕອບກັບ

ຂ່າວ/ບົດ​ອື່ນ