ກອງ​ທັບ ອິດ​ສະ​ຣາ​ແອັນ ສິ້ນ​ສຸດ ບັ້ນ​ຮົບ​ການ​ທະ​ຫານ ຢູ່​ພາກ​ໃຕ້ ແລະ ພາກ​ກາງ ກາ​ຊາ

(VOVWORLD) -

ມາຮອດຈຸດເວລານີ້, ການປະທະກັນຢູ່ເຂດ ກາຊາ ໄດ້ເຮັດໃຫ້ຊາວ ປາແລັດສະຕິນກ່ວາ 4000 ຄົນເສຍຊີວິດ ແລະ ກ່ວາ 93.000 ຄົນຖືກບາດເຈັບ.


ກອງ​ທັບ ອິດ​ສະ​ຣາ​ແອັນ ສິ້ນ​ສຸດ ບັ້ນ​ຮົບ​ການ​ທະ​ຫານ ຢູ່​ພາກ​ໃຕ້ ແລະ ພາກ​ກາງ ກາ​ຊາ - ảnh 1

(ພາບ: Reuters)

          ວັນທີ 30 ສິງຫາ, ກອງທັບ ອິດສະຣາແອັນ ໄດ້ສິ້ນສຸດ ບັ້ນຮົບການທະຫານທີ່ແກ່ຍາວເປັນເວລາປະມານ 1 ເດືອນ ຢູ່ພາກໃຕ້ ແລະ ພາກກາງເຂດ ກາຊາ. ໃນຂະນະທີ່ບັ້ນຮົບການທະຫານຂອງ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຍັງສືບຕໍ່ຢູ່. ຖະແຫຼງການຂອງກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ກອງພົນ 98 ໄດ້ສຳເລັດບັ້ນຮົບຢູ່ເຂດ Khan Younis ແລະ Deir al-Balah, ພາຍຫຼັງເວລາ 1 ເດືອນໄດ້ເຄື່ອນໄຫວການສູ້ຮົບ, ອັນໄດ້ດັບສູນມືປືນກ່ວາ 250 ຄົນ ແລະ ທຳລາຍພື້ນຖານໂຄງລ່າງຂອງຂະບວນການອິດສະລາມ ຮາມາສ ນັບສິບແຫ່ງ.

ມາຮອດຈຸດເວລານີ້, ການປະທະກັນຢູ່ເຂດ ກາຊາ ໄດ້ເຮັດໃຫ້ຊາວ ປາແລັດສະຕິນກ່ວາ 4000 ຄົນເສຍຊີວິດ ແລະ ກ່ວາ 93.000 ຄົນຖືກບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ