ກອງທັບ ອິດສະຣາແອນ ສືບຕໍ່ບຸກໂຈມຕີເຂົ້າເຂດ ກາຊາ ແລະ ພາກໃຕ້ ລີບັງໃນມື້ທຳອິດຂອງເດືອນ Ramadan

(VOVWORLD) - ສ່ວນຢູ່ພາກເໜືອ, ທະຫານປືນໃຫຍ່ ແລະ ເຮືອບິນສູ້ຮົບຂອງກອງທັບປະເທດນີ້ໄດ້ດຳເນີນບັນດາການຍິງປືນໃສ່ສະຖານທີ່ຕ່າງໆຂອງກຳລັງ Hezbollah ຢູ່ພາກໃຕ້ ລີບັງ.
ກອງທັບ ອິດສະຣາແອນ ສືບຕໍ່ບຸກໂຈມຕີເຂົ້າເຂດ ກາຊາ ແລະ ພາກໃຕ້ ລີບັງໃນມື້ທຳອິດຂອງເດືອນ Ramadan - ảnh 1ການບຸກໂຈມຕີຂອງ ອິດສະຣາແອນ ເຂົ້ານະຄອນ Khan Yunis, ທິດໃຕ້ເຂດ Gaza
(ພາບ:Said Khatib/AFP)

ວັນທີ 11 ມີນາ, ໂດຍບໍ່ຫົວຊາຕໍ່ຫຼາຍຄຳຮຽກຮ້ອງຢຸດຍິງຂອງປະຊາຄົມສາກົນ, ມື້ທຳອິດໃນເດືອນ Ramadan ຂອງຊາວ ອິດສະລາມ, ກອງທັບ ອິດສະຣາແອນ ໄດ້ດຳເນີນການບຸກໂຈມຕີຫຼາຍຄັ້ງເຂົ້າທັງເຂດ ກາຊາ ແລະ ພາກໃຕ້ ລີບັງ. ຢູ່ເຂດ ກາຊາ, ກອງທັບ ອິດສະຣາແອນ ໄດ້ເປີດບັນດາການບຸກໂຈມຕີທາງບົກສົມທົບລະຫວ່າງການບຸກໂຈມຕີທາງອາກາດ ແລະ ການຍິງປືນໃຫຍ່ເຂົ້າບັນດາເປົ້າໝາຍ.

        ສ່ວນຢູ່ພາກເໜືອ, ທະຫານປືນໃຫຍ່ ແລະ ເຮືອບິນສູ້ຮົບຂອງກອງທັບປະເທດນີ້ໄດ້ດຳເນີນບັນດາການຍິງປືນໃສ່ສະຖານທີ່ຕ່າງໆຂອງກຳລັງ Hezbollah ຢູ່ພາກໃຕ້ ລີບັງ.

        ແລະກໍ່ໃນວັນດຽວກັນ, ທ່ານ Matthew Miller, ໂຄສົກຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ລັດຖະບານ ອິດສະຣາແອນ ຍັງບໍ່ທັນໄດ້ສະເໜີແຜນການດ້ານການທະຫານ ຫຼື ມະນຸດສະທຳໃດໆໃຫ້ແກ່ Rafah, ປັດໄຈທີ່ຈຳເປັນກ່ອນທີ່ດຳເນີນບັ້ນຮົບການທະຫານຢູ່ເຂດນີ້. ກ່ອນໜ້ານັ້ນ, ໃນການພົບປະສະເພາະ ແລະ ເປີດເຜີຍກັບ ອິດສະຣາແອນ, ລັດຖະບານ ອາເມລິກາ ຖືວ່າ ບໍ່ສາມາດ ແລະ ບໍ່ຄວນບຸກເຂົ້າ Rafah ໂດຍບໍ່ມີແຜນການມະນຸດສະທຳທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ເປັນໄປໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ