ກອ​ງ​ທັບ ອິ​ດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ໂຮງ​ໝໍ​ແຫ່ງ​ຕ່າງໆ​ຢູ່ເຂດ ກາ​ຊາ

(VOVWORLD) - ວັນທີ 16 ພະຈິກ,  ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງບັນດາບັ້ນບຸກໂຈມຕີກຳລັງທັງໝົດດ້ວຍທັງທາງອາກາດ, ກອງທັບເຮືອ, ທະຫານປືນໃຫຍ່ ແລະ ທະຫານທາງບົກເຂົ້າເຂດ ກາຊາ. 
ກອ​ງ​ທັບ ອິ​ດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ໂຮງ​ໝໍ​ແຫ່ງ​ຕ່າງໆ​ຢູ່ເຂດ ກາ​ຊາ - ảnh 1ໂຮງໝໍແຫ່ງໜຶ່ງຢູ່ ກາຊາ (ພາບ: THX/TTXVN)

ໂດຍບໍ່ຫົວຊາຕໍ່ກະແສຟອງຄັດຄ້ານຢ່າງແຮງໃນທົ່ວໂລກ, ວັນທີ 16 ພະຈິກ,  ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງບັນດາບັ້ນບຸກໂຈມຕີກຳລັງທັງໝົດດ້ວຍທັງທາງອາກາດ, ກອງທັບເຮືອ, ທະຫານປືນໃຫຍ່ ແລະ ທະຫານທາງບົກເຂົ້າເຂດ ກາຊາ. ໃນນັ້ນ, ກຳລັງທະຫານທາງບົກ ອິດສະຣາແອັນ ໄດ້ເປີດບັ້ນບຸກໂຈມຕີເຂົ້າໂຮງໝໍສາກົນ Al Ahli, ເຊິ່ງແມ່ນຮາກຖານທີ່ຖືກລູກສອນໄຟຂອງ ອິດສະຣາແອັນ  ຍິງໃສ່ເມື່ອເດືອນກ່ອນ, ເຮັດໃຫ້ຄົນເຈັບຈຳນວນໜຶ່ງເສຍຊີວິດ ແລະ ສົ່ງຜົນສະທ້ອນຢ່າງໜັກໜ່ວງຕໍ່ວຽກງານປິ່ນປົວຄົນເຈັບຂອງໂຮງໝໍ.

        ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ໄດ້ກ່າວປະນາມ ອິດສະຣາແອັນ ວ່າ ບໍ່ມີເຈດຈຳນົງດ້ານການເມືອງສຳລັບ ມາດຕະການ 2 ລັດ, ພ້ອມທັງຢັ້ງຢືນຄືນຄວາມມານະພະຍາຍາມສະໜອງການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ເຂດ ກາຊາ ຜ່ານດ່ານ Rafah.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ