ກອງທັບ ອິດສະຣາແອັນ ຫຼຸດຜ່ອນບັນດາການບຸກໂຈມຕີໃສ່ເຂດ ກາຊາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໃຫ້ຮູ້ວ່າ, ປະເທດຕາເວັນອອກກາງນີ້ ປາດຖະໜາຢາກຟື້ນຟູຄວາມໝັ້ນຄົງຢູ່ພາກພື້ນ, ແຕ່ກໍ່ກຽມພ້ອມດຳເນີນສົງຄາມກັບກຳລັງ Hezbollah ຢູ່ ລີບັງ.
ກອງທັບ ອິດສະຣາແອັນ ຫຼຸດຜ່ອນບັນດາການບຸກໂຈມຕີໃສ່ເຂດ ກາຊາ - ảnh 1ອິດສະຣາແອັນ ໄດ້ຫຼຸດຈຳນວນກຳລັງໜ້າດິນ ແລະ ຈຳນວນການບຸກໂຈມຕີທາງອາກາດຢູ່ເຂດ ກາຊາ ລົງ
(ພາບ: AFP/TTXVN)

        ໃນບົດກ່າວປາໄສເປັນຄັ້ງທຳອິດທີ່ຢັ້ງຢືນບັ້ນບຸກໂຈມຕີໃສ່ເຂດ ກາຊາ ຢ່າງເປັນທາງການ ໄດ້ຫັນໄປສູ່ໄລຍະໃໝ່ ດ້ວຍລະດັບຕ່ຳກວ່າ, ວັນທີ 08 ມັງກອນ, ທ່ານ Daniel Hagari, ໂຄສົກກອງທັບ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ, ໄດ້ຫຼຸດຈຳນວນກຳລັງໜ້າດິນ ແລະ ຈຳນວນການບຸກໂຈມຕີທາງອາກາດຢູ່ທີ່ນີ້ລົງ. ຄຳກ່າວປາໄສຂອງຜູ້ຕາງໜ້າ IDF ໄດ້ຍົກອອກມາພຽງແຕ່ 2-3 ຊົ່ວໂມງກ່ອນທີ່ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ມາຍັງ ອິດສະຣາແອັນ ໃນການໄປປະຕິບັດງານຢູ່ຫຼາຍປະເທດຕາເວັນອອກກາງ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໃຫ້ຮູ້ວ່າ, ປະເທດຕາເວັນອອກກາງນີ້ ປາດຖະໜາຢາກຟື້ນຟູຄວາມໝັ້ນຄົງຢູ່ພາກພື້ນ, ແຕ່ກໍ່ກຽມພ້ອມດຳເນີນສົງຄາມກັບກຳລັງ Hezbollah ຢູ່ ລີບັງ. ໃນ 2 ມື້ຜ່ານມາ, ກຳລັງ Hezbollah ສະໜັບສະໜູນຂະບວນການ ອິດສະລາມ Hamas ໄດ້ຍິງລູກສອນໄຟຕ້ານລົດຖັງນັບ 10 ລູກໃສ່ເຂດຊຸມຊົນຂອງ ອິດສະຣາແອັນ ຢູ່ເຂດຊາຍແດນ ເພື່ອໂຕ້ຕອບເລື່ອງ Tel Aviv ນຳໃຊ້ເຮືອບິນບໍ່ມີຄົນຂັບບຸກໂຈມຕີ ເຮັດໃຫ້ຮອງຫົວໜ້າຂອງ Hamas ຢູ່ນະຄອນຫຼວງ Beirut, ລີບັງ, ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ