ກອງ​ທັບ ອິດ​ສະ​ຣາ​ແອັນ ຫັນ​ໄປໄລ​ຍະ​ທີ 2 ຂອງ​ການ​ບຸກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ

(VOVWORLD) - ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ແລ້ວ, ກຳລັງປ້ອງກັນຕົວ ອິດສະຣາແອັນ ຍັງຢູ່ທາງທິດຕາເວັນຕົກ ແຕ່ພວມເຄື່ອນຍ້າຍທະຍອຍໄປທິດຕາເວັນອອກ. ບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ສຳນັກງານບັນຊາການ, ອຸມົງ ແລະ ບ່ອນລົບໜີ ຂອງ ຮາມາດສ ຖືກພັງທະລາຍ, ໃນຂະນະວົງການນັກບັນຊາຖືກບາດເຈັບ ແລະ ມີນາຍທະຫານນັບພັນຄົນຖືກດັບສູນ.
ກອງ​ທັບ ອິດ​ສະ​ຣາ​ແອັນ ຫັນ​ໄປໄລ​ຍະ​ທີ 2 ຂອງ​ການ​ບຸກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ - ảnh 1ບັ້ນບຸກໂຈມຕີຕ້ານຂະບວນການ ຮາມາດສ ຢູ່ພາກເໜືອ ກາຊາ ໃນວັນທີ 12 ພະຈິກ (ພາບ: THX/TTXVN)

ກ່າວຄຳເຫັນທີ່ການຖະແຫຼງຂ່າວຮ່ວມກັບທ່ານນາຍົກລັດຖະມົນຕີ Benjamin Netanyahu ໃນວັນທີ 18 ພະຈິກ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ໃຫ້ຮູ້ວ່າ ກອງທັບປະເທດນີ້ ພວມຫັນໄປໄລຍະທີ 2 ຂອງການບຸກໂຈມຕີທາງບົກເຂົ້າເຂດ ກາຊາ.

ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ແລ້ວ, ກຳລັງປ້ອງກັນຕົວ ອິດສະຣາແອັນ ຍັງຢູ່ທາງທິດຕາເວັນຕົກ ແຕ່ພວມເຄື່ອນຍ້າຍທະຍອຍໄປທິດຕາເວັນອອກ. ບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ສຳນັກງານບັນຊາການ, ອຸມົງ ແລະ ບ່ອນລົບໜີ ຂອງ ຮາມາດສ ຖືກພັງທະລາຍ, ໃນຂະນະວົງການນັກບັນຊາຖືກບາດເຈັບ ແລະ ມີນາຍທະຫານນັບພັນຄົນຖືກດັບສູນ.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໃຫ້ຮູ້ວ່າ ອິດສະຣາແອັນ ຈະກວາດລ້າງສະມາຊິກທັງໝົດຂອງ ຮາມາດສ, ນັບທັງຜູ້ທີ່ພວມເຄື່ອນໄຫວຢູ່ນອກຂາດ ກາຊາ.

ໃນສະພາບການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຮາມາດ ໄດ້ກ້າວເຂົ້າອາທິດທີ 6 ແລະ ຍັງບໍ່ທັນມີສັນຍານຫຼຸດລົງເທື່ອ, ມີຫຼາຍການເຄື່ອນໄຫວແຫ່ຂະບວນປະທ້ວງ ແນໃສ່ຄັດຄ້ານການປະທະກັນ ກໍຄືຮຽກຮ້ອງໃຫ້ຢຸດຍິງ ໄດ້ດຳເນີນຢູ່ຫຼາຍປະເທດໃນທົ່ວໂລກ ໃນວັນທີ 18 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ