ກອງທັບ ອິດສະຣາແອັນ ຮຽກຮ້ອງໃຫ້ ຮາມາດ ຍອມຈຳນົນ

(VOVWORLD) - ຄຳຖະແຫຼງຂອງທ່ານ Yoav Gallant ໄດ້ຍົກອອກມາໃນສະພາບກອງທັບປະເທດນີ້ ພວມຍູ້ແຮງການບຸກໂຈມຕີຂະໜາດໃຫຍ່ໃສ່ເຂດ ກາຊາ.
ກອງທັບ ອິດສະຣາແອັນ ຮຽກຮ້ອງໃຫ້ ຮາມາດ ຍອມຈຳນົນ - ảnh 1ລົດຖັງຂອງກອງທັບ ອິດສະຣາແອັນ
(ພາບ: TIMES OF ISRAEL)

        ຕອນຄ່ຳວັນທີ 11 ທັນວາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ໄດ້ຮຽກຮ້ອງໃຫ້ບັນດາຜູ້ບັນຊາການ ແລະ ສະມາຊິກຂອງກຳລັງ ຮາມາດ ຢູ່ເຂດ ກາຊາ ຍອມຈຳນົນ. ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຢູ່ ແທນ ອາວີບ, ທ່ານລັດຖະມົນຕີ Yoav Gallant ຢືນຢັນວ່າ, IDF ບໍ່ຢາກມີໜ້າຢ່າງຍາວນານຢູ່ເຂດ ກາຊາ, ເນື້ອແທ້ຢາກປະຕິເສດບັນດາຄຳກ່າວຫາຫວ່າງມໍ່ໆມານີ້ໂດຍຖືວ່າ ອິດສະຣາແອັນ ມີກົນອຸບາຍຢຶດຄອງເຂດ ກາຊາ ຄືນໃໝ່ ພາຍຫຼັງບັ້ນເຄື່ອນໄຫວໃນປະຈຸບັນ. ຄຳຖະແຫຼງຂອງທ່ານ Yoav Gallant ໄດ້ຍົກອອກມາໃນສະພາບກອງທັບປະເທດນີ້ ພວມຍູ້ແຮງການບຸກໂຈມຕີຂະໜາດໃຫຍ່ໃສ່ເຂດ ກາຊາ. ໃນແຈ້ງການຕອນບ່າຍວັນດຽວກັນ, IDF ຢືນຢັນວ່າ, ກຳລັງຕໍ່ສູ້ຂອງ ຮາມາດ ຢູ່ທາງທິດເໜືອເຂດ ກາຊາ ເກືອບຄືວ່າຖືກລົ້ມລະລາຍ, ພາຍຫຼັງທະຫານຂອງ ຮາມາດ ເປັນຈຳນວນຫຼາຍໄດ້ຍອມຈຳນົນຕໍ່ກອງທັບ ອິດສະຣາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ