ກອງ​ທັບ ອິດ​ສະ​ລາ​ແອັນ ໄດ້​ຖີ້ມ​ລະ​ເບີດ 4000 ໂຕນ​ເລັ່​ງ​ໃສ່​ເຂດ ກາ​ຢາ ໃນ​ໄລ​ຍະ​ເກືອບ 1 ອາ​ທິດ​ຜ່ານ​ມາ

(VOVWORLD) - ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຫຼາຍເກີນໄປໄດ້ເຮັດໃຫ້ບັນດາຮາກຖານສາທາລະນະສຸກຢູ່ເຂດ ກາຢາ ຖືກຕົກເຂົ້າສູ່ສະພາບການເກີນຄວາມສາມາດຢ່າງໜັກໜ່ວງ.
ກອງ​ທັບ ອິດ​ສະ​ລາ​ແອັນ ໄດ້​ຖີ້ມ​ລະ​ເບີດ 4000 ໂຕນ​ເລັ່​ງ​ໃສ່​ເຂດ ກາ​ຢາ ໃນ​ໄລ​ຍະ​ເກືອບ 1 ອາ​ທິດ​ຜ່ານ​ມາ - ảnh 1ຊາກຫັກພັງ ຢູ່ ກາຢາ ,ປາແລັດສະຕິນ (ພາບ: AP)

ແຫຼ່ງຂ່າວດ້ານສາທາລະນະສຸກ ປາແລັດສະຕິນ ຢູ່ເຂດກຢາ ໃຫ້ຮູ້ວາ ໄລ່ຮອດຕອນຄ່ຳວັນທີ 12 ຕຸລາ (ຕາມເວລາທ້ອງຖິ່ນ), ຈຳນວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຈາກການບຸກໂຈມຕີທາງອາກາດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ນັບແຕ່ຕອນເຊົ້າວັນທີ 7 ຕຸລາ ມາຮອດປັດຈຸບັນ, ໄດ້ຂຶ້ນເຖິງ 7.600 ຄົນແລ້ວ, ໃນນັ້ນມີ ຜູ້ເສຍຊີວິດ 1.400 ກ່ວາຄົນ. ສະເພາະແຕ່ໃນວັນທີ 12 ຕຸລາ, ບັນດາຮາກຖານສາທາລະນະສຸກ ໄດ້ຮັບຜູ້ເສຍຊີວິດປະມານ 200 ຄົນ ແລະ ຜູ້ຖືກບາດເຈັບ 500 ຄົນ. ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຫຼາຍເກີນໄປໄດ້ເຮັດໃຫ້ບັນດາຮາກຖານສາທາລະນະສຸກຢູ່ເຂດ ກາຢາ ຖືກຕົກເຂົ້າສູ່ສະພາບການເກີນຄວາມສາມາດຢ່າງໜັກໜ່ວງ. ອົງການກາແດງສາກົນ ໄດ້ຕີລາຄາວ່າ ສະພາບການມະນຸດສະທຳຢູ່ເຂດ ກາຢາ ແມ່ນຮ້າຍແຮງທີ່ສຸດນັບແຕ່ ສົງຄາມປີ 1967 ມາຮອດປັດຈຸບັນ, ມີຄວາມຂາດເຂີນຢ່າງຮ້າຍແຮງທັງດ້ານບຸກຄະລາກອນ, ວັດຖຸອຸປະກອນ ແລະ ຢຸກຢາ.

ຕາມ ໂທລະພາບ Aljazeera, ໃນ 6 ວັນຜ່ານມາ, ກອງທັບ ອິດສະລາແອັນ ໄດ້ຖີ້ມລະເບີດຂຶ້ນເຖິງ 4000 ໂຕນ ເລັ່ງໃສ່ເຂດກາຢາ. ບັນດາເຫດບຸກໂຈມຕີທາງອາກາດ ແລະ ປຶນໃຫຍ່ ຂອງກອງທັບອິດສະລາແອັນ ໄດ້ທຳລາຍກິດຈະກຳ, ເຮືອນຊານ, ຖະໜົນຫົນທາງ, ໂບດ…ນັບຮ້ອຍແຫ່ງຢູ່ທີ່ນີ້. ບໍ່ພຽງແຕ່ຖືກທຳລາຍຢ່າງຮ້າຍແຮງເທົ່ານັ້ນ, ເຂດດິນແດນທີ່ມີປະຊາຊົນປະມານ 2,3 ລ້ານຄົນ ນີ້ ຍັງຖືກຕັດແຫຼ່ງສະໜອງໄຟຟ້າ, ນ້ຳປະປາ, ເຊື້ອເພີງ, ສະບຽງອາຫານຢ່າງສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ