ກອງ​ທັບ ອິດ​ສະ​ລາ​ແອັນ ໄດ້​ບຸກ​ເຂົ້າໄປ​ເລິກໃນເຂດ Rafah, ຄວບ​ຄຸມ​ສ່ວນຫຼາຍ​ແລວ​ທາງ Philadelphi

(VOVWORLD) - ທ່ານ Tzachi Hanegbi ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິດສະລາແອັນ ໄດ້ຢັ້ງຢືນວ່າ ກອງທັບ ປະເທດນີ້ໄດ້ຄວບຄຸມ 75% ແລວທາງ Philadelphi ແລະ ໃຫ້ຮູ້ວ່າ ຈະຄວບຄຸມທັງໝົດເຂດນີ້ ຕາມການເວລາ.

ຕາມສຳນັກຂ່າວສານ Shehab,ປາແລັດສະຕິນແລ້ວ, ວັນທີ 29 ພຶດສະພາ, ກອງທັບ ອິດສະລາແອັນ ໄດ້ດຳເນີນຫຼາຍເຫດບຸກໂຈມຕີທາງອາກາດ ໃນທົ່ວນະຄອນ Rafah, ທາງພາກໃຕ້ ເຂດ ກາຊາ, ພາຍຫຼັງ ລົດຖັງຂອງ ອິດສະລາແອັນ ບຸກເຂົ້າໃຈກາງນະຄອນ Rafah ປະມານ 2 - 3 ຊົ່ວໂມງ. ແຫຼ່ງຂ່າວຄວາມໝັ້ນຄົງ ປາແລັດສະຕິນ ໃຫ້ຮູ້ວ່າກອງທັບ ອິດສະລາແອັນ ກໍ່ໄດ້ຄວບຄຸມສ່ວນຫຼາຍແລວທາງ Philadelphi ແລະ ພວມບຸກເຂົ້າໄປເລິກໃນສ່ວນຍັງເຫຼືອຂອງ ແລວທາງ ຈົນຮອດທາງທິດຕາເວັນຕົກ ຂອງນະຄອນ Rafah.

ທ່ານ Tzachi Hanegbi ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິດສະລາແອັນ ໄດ້ຢັ້ງຢືນວ່າ ກອງທັບ ປະເທດນີ້ໄດ້ຄວບຄຸມ 75% ແລວທາງ Philadelphi ແລະ ໃຫ້ຮູ້ວ່າ ຈະຄວບຄຸມທັງໝົດເຂດນີ້ ຕາມການເວລາ. ທ່ານກໍ່ປະກາດວ່າ ການປະທະກັນ ຢູ່ເຂດ ກາຊາ ຈະດຳເນີນຢ່າງຫນ້ອຍສຸດຕື່ມອີກ 7 ເດືອນ.

ກໍ່ໃນວັນດຽວກັນ, ທ່ານ Robert Woods ອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ຖືວ່າ ອິດສະລາແອັນ ຕ້ອງເຮັດຫຼາຍກ່ວາອີກ ເພື່ອປົກປ້ອງ ປະຊາຊົນປາແລັດສະຕິນ ຢູ່ເຂດ ກາຊາ ແລະ ລົບລ້າງທຸກຮົ້ວກີດຂວາງ ຕໍ່ກັບການໜູນຊ່ວຍດ້ານມະນຸດສະທຳ ຜ່ານທຸກດ່ານຊາຍແດນ ແລະ ເສັ້ນທາງເຂົ້າເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ