ກອງ​ທັບ ອາ​ເມ​ລິ​ກາ ດັບ​ສູນຫົວ​ໂປ່ IS ຢູ່ ຊີ​ຣີ

(VOVWORLD) -ມີຫົວໂປ່ກໍ່ການຮ້າຍ “ລັດອິດສະລາມ” (IS) ຂະໜານນາມເອງ ຢູ່ ຊີຣີ ຖືກດັບສູນໃນເຫດການບຸກໂຈມຕີທາງອາກາດດ້ວຍເຮືອບິນບໍ່ມີຄົນຂັບຂອງກອງທັບ ອາເມລິກາ ຢູ່ເຂດໃກ້ກັບ Jindayris ຢູ່ ຊີຣີ.
ກອງ​ທັບ ອາ​ເມ​ລິ​ກາ ດັບ​ສູນຫົວ​ໂປ່ IS ຢູ່ ຊີ​ຣີ - ảnh 1ລົດທະຫານຂອງ ອາເມລິກາ ຢູ່ ແຂວງ Hasakah, ຊີຣີ (ພາບ: AFP/TTXVN)

ວັນທີ 12 ກໍລະກົດ, ທຳນຽບ 5 ແຈ ໄດ້ແຈ້ງໃຫ້ຊາບວ່າ ມີຫົວໂປ່ກໍ່ການຮ້າຍ “ລັດອິດສະລາມ” (IS) ຂະໜານນາມເອງ ຢູ່ ຊີຣີ ຖືກດັບສູນໃນເຫດການບຸກໂຈມຕີທາງອາກາດດ້ວຍເຮືອບິນບໍ່ມີຄົນຂັບຂອງກອງທັບ ອາເມລິກາ ຢູ່ເຂດໃກ້ກັບ Jindayris ຢູ່ ຊີຣີ. ອົງການຕິດຕາມກວດກາສິດທິມະນຸດ ຊີຣີ ກໍໄດ້ຢັ້ງຢືນກ່ຽວກັບຂ່າວຄາວນີ້.

        ກອງບັນຊາການທະການສູນກາງ ອາເມລິກາ ໃຫ້ຮູ້ວ່າ al – Agal ແມ່ນໜຶ່ງໃນ ຫົວໂປ່ 5 ຄົນ ຂອງ IS, ຮັບຜິດຊອບການຂະຫຍາຍບໍລິເວນ ເຄື່ອນໄຫວຂອງກຸ່ມຫົວຮຸນແຮງນີ້ ຢູ່ ອີຣັກ ແລະ ຊີຣີ.


ຕອບກັບ

ຂ່າວ/ບົດ​ອື່ນ