ກອງ​ທັບ ອາ​ເມ​ລິ​ກາ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ສະ​ມາ​ຊິກ IS ຢູ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ທ່ານພັນເອກ ທະຫານເຮືອ William Urban ໂຄສົກກອງບັນຊາການ ອາເມລິກາ ໃຫ້ຮູ້ວ່າ: ເຫດບຸກໂຈມຕີໄດ້ດັບສູນເປົ້າໝາຍ ແລະ ບໍ່ເຮັດໃຫ້ສາມັນຊົນຜູ້ໃດເສຍຊີວິດ ຫຼື ຮັບບາດເຈັບ. ປັດຈຸບັນ, ຍັງບໍ່ຮູ້ຢ່າງຈະແຈ້ງວ່າ ເປົ້າໝາຍຖືກດັບສູນ ມີສ່ວນກ່ຽວຂ້ອງໂດຍກົງເຖິງເຫດວາງລະເບີດດັ່ງກ່າວຫຼືບໍ່.
ກອງ​ທັບ ອາ​ເມ​ລິ​ກາ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ສະ​ມາ​ຊິກ IS ຢູ່ ອາບ​ກາ​ນິດ​ສະ​ຖານ - ảnh 1ເຮືອບິນການທະຫານ ອາເມລິກາ (ພາບ: AFP/TTXVN)

ວັນທີ 28 ສິງຫາ, ພາຍຫຼັງ ເກີດເຫດວາງວະເບີດສາຫຼະຊີບທີ່ນອງເລືອດ ຢູ່ສະໜາມບິນ Kabul ມາເປັນເວລາບໍ່ຮອດ 48 ຊົ່ວໂມງ ຊຶ່ງເຮັດໃຫ້ ຊາວອາບການິດສະຖານ 169 ຄົນ ແລະ ນາຍທະຫານອາເມລິກາ 13 ຄົນເສຍຊີວິດ, ກອງທັບອາເມລິກາ ໄດ້ໂຕ້ຕອບເລັ່ງໃສ່ອົງການລັດມຸດສະລິມ (IS) ອ້າງຊື່ເອງ, ເຊິ່ງບຸກໂຈມຕີໃສ່ສະມາຊິກ IS ຄົນໜຶ່ງ ຢູ່ ອາບການິດສະຖານ. ກອງບັນຊາການພາກພື້ນຕາເວັນອອກກາງຂອງ ອາເມລິກາ ໄດ້ຖະແຫຼງວ່າ ອາເມລິກາ ໄດ້ດຳເນີນເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ທີ່ເລັ່ງໃສ່ສະມາຊິກ IS ຄົນໜຶ່ງ ຢູ່ Nangahar, ໂດຍເປັນເປົ້າໝາຍທີ່ໄດ້ຮັບຖືວ່າ ເຂົ້າຮ່ວມການວາງແຜນໃຫ້ແກ່ບັນດາເຫດບຸກໂຈມຕີຕ້ານຄືນ ອາເມລິກາ ຢູ່ Kabul. ທ່ານພັນເອກ ທະຫານເຮືອ William Urban ໂຄສົກກອງບັນຊາການ ອາເມລິກາ ໃຫ້ຮູ້ວ່າ: ເຫດບຸກໂຈມຕີໄດ້ດັບສູນເປົ້າໝາຍ ແລະ ບໍ່ເຮັດໃຫ້ສາມັນຊົນຜູ້ໃດເສຍຊີວິດ ຫຼື ຮັບບາດເຈັບ. ປັດຈຸບັນ, ຍັງບໍ່ຮູ້ຢ່າງຈະແຈ້ງວ່າ ເປົ້າໝາຍຖືກດັບສູນ ມີສ່ວນກ່ຽວຂ້ອງໂດຍກົງເຖິງເຫດວາງລະເບີດດັ່ງກ່າວຫຼືບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ