ກອງທັບ ອາເມລິກາ ໃຫ້ຄຳໝັ້ນສັນຍາຮັກສາການລາດຕະເວນຢູ່ທະເລຕາເວັນອອກ

(VOVWORLD) - ວົງການເຈົ້າໜ້າທີ່ທຳນຽບ 5 ແຈຖະແຫຼງວ່າ: ກອງທັບ ອາເມລິກາ ຈະຮັກສາການລາດຕະເວນຢູ່ທະເລຕາເວັນອອກ ແນໃສ່ຮັບປະກັນຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລຢູ່ພາກພື້ນນີ້. 

ເມື່ອຕອບສຳພາດຕໍ່ວົງການນັກຂ່າວ ຟີລິບປີນ ເນື່ອງໃນໂອກາດໄປຢ້ຽມຢາມ Manila ໃນວັນທີ 16 ສິງຫາ, ທ່ານ David Goldfein ຫົວໜ້າເສນາທິການກອງທັບອາກາດ ອາເມລິກາ ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາ ອາເມລິກາ ຈະຮັກສາຄວາມພ້ອມ ແລະ ຄວາມສາມາດໃນການບັນຊາກ່ຳປັ່ນສູ້ຮົບ ຫຼື ເຮືອບິນລາດຕະເວນຢ່າງບໍ່ຢຸດຢັ້ງບໍ່ວ່າຢູ່ພາກພື້ນຫຼື ໃນຈຸດເວລາໃດໆເມື່ອ ອາເມລິກາ ມີຄວາມຕ້ອງການ.

ກອງທັບ ອາເມລິກາ ໃຫ້ຄຳໝັ້ນສັນຍາຮັກສາການລາດຕະເວນຢູ່ທະເລຕາເວັນອອກ - ảnh 1 ກອງທັບ ອາເມລິກາ ໃຫ້ຄຳໝັ້ນສັນຍາຮັກສາການລາດຕະເວນຢູ່ທະເລຕາເວັນອອກ (ພາບ: AP)

        ບັນດາຄຳເຫັນຂອງເຈົ້າໜ້າທີ່ທຳນຽບ 5 ແຈ ໄດ້ຍົກອອກມາພາຍຫລັງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ກ່າວປະນາມຕຳໜິຕິຕຽນການເຄື່ອນໄຫວຂອງ ຈີນ ຢູ່ທະເລຕາເວັນອອກ, ຖືວ່າ: ການກະທຳນີ້ ພ້ອມກັບນະໂຍບາຍເສດຖະກິດຂອງ ປັກກິ່ງ ພວມກໍ່ຄວາມຂາດສະຖຽນລະພາບໃຫ້ພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ