ກອງ​ທັບ ໂຊ​ມາ​ເລຍ ດັບ​ສູນ​ກຳ​ລັງ​ກໍ່​ການ​ຮ້າຍ al – Shabaad 50 ຄົນ

(VOVWORLD) -ດຍໄດ້ຮັບການຊ່ວຍເຫຼືອຈາກກຳລັງສາກົນ, ກອງທັບປະເທດນີ້ ໄດ້ປຸກລະດົມບັ້ນບຸກໂຈມຕີ ແລະ ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ພວກກໍ່ການຮ້າຍ. ປັດຈຸບັນ, ບັນດາການເຄື່ອນໄຫວໄລ່ຈັບ ແລະ ຂັບໄລ່ພາກສ່ວນທີ່ຍັງເຫຼືອຂອງຂະບວນການກໍ່ການຮ້າຍນີ້ ຍັງສືບຕໍ່ໄດ້ດຳເນີນ.
ກອງ​ທັບ ໂຊ​ມາ​ເລຍ ດັບ​ສູນ​ກຳ​ລັງ​ກໍ່​ການ​ຮ້າຍ al – Shabaad 50 ຄົນ - ảnh 1ກຳລັງກອງທັບ ໂຊມາເລຍ (ພາບ: Al Ain)

ວັນທີ 25 ມັງກອນ, ກອງທັບ ໂຊມາເລຍ ແຈ້ງໃຫ້ຊາບວ່າ ໄດ້ດັບສູນພົນທະຫານຂອງຂະບວນການກໍ່ການຮ້າຍ Al – Shabaad ກວ່າ 50 ຄົນ ໃນບັ້ນການທະຫານຢູ່ເຂດ Meron ຂອງ ເມືອງ Haratiri ຂຶ້ນກັບແຂວງ Mudug ຢູ່ເຂດພາກກາງປະເທດນີ້. ເຈົ້າໜ້າທີ່ການທະຫານ ໂຊມາເລຍ ໃຫ້ຮູ້ຕື່ມອີກວ່າ: ໂດຍໄດ້ຮັບການຊ່ວຍເຫຼືອຈາກກຳລັງສາກົນ, ກອງທັບປະເທດນີ້ ໄດ້ປຸກລະດົມບັ້ນບຸກໂຈມຕີ ແລະ ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ພວກກໍ່ການຮ້າຍ. ປັດຈຸບັນ, ບັນດາການເຄື່ອນໄຫວໄລ່ຈັບ ແລະ ຂັບໄລ່ພາກສ່ວນທີ່ຍັງເຫຼືອຂອງຂະບວນການກໍ່ການຮ້າຍນີ້ ຍັງສືບຕໍ່ໄດ້ດຳເນີນ.

        ກ່ອນໜ້ານັ້ນ, ໃນກອງປະຊຸມຖະແຫຼງຂ່າວຈັດຂຶ້ນຢູ່ນະຄອນຫຼວງ Mogadishu, ລັດຖະມົນຕີກະຊວງຖະແຫຼງຂ່າວ ໂຊມາເລຍ ໄດ້ແຈ້ງໃຫ້ຊາບວ່າ ມີມືປືນຂຶ້ນກັບຂະບວນການກໍ່ການຮ້າຍ Al – Shabaad ຈຳນວນ 323 ຄົນ ຖືກດັບສູນ ແລະ ໃນອາທິດຜ່ານມາ, ອຳນາດການປົກຄອງສາມາດຢຶດຄອງເທດສະບານເມືອງ ໄດ້ 13 ແຫ່ງຄືນມາ.

ຕວັນຫງວຽນ, ນັກຂ່າວ VOV ປະຈໍາ ອີຢິບ


ຕອບກັບ

ຂ່າວ/ບົດ​ອື່ນ