ກອງທັບຈີນປະຕິເສດຂ່າວໜູນຫຼັງ Hacker

ກອງທັບຈີນປະຕິເສດຂ່າວໜູນຫຼັງ Hacker - ảnh 1

(ພາບ:vietnamplus.vn)

(vovworld) -  ​ວັນ​ທີ 20/2, ທ່ານຈິງ​ຢຽນ​ເຊິ່ງ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ປະກາດ​ວ່າ: ກຳລັງ​ປະກອບ​ອາວຸດ​ປະ​ເທດ​ນີ້ ບໍ່​​ເຄີຍໜູນ​ຫຼັງ​ການ​ບຸກ​ໂຈມ​ຕີ​ຄັ້ງຕ່າງໆຂອງ Hacker ພ້ອມ​ທັງ​ໄດ້​ຕຳ​ນິຕິ​ຕຽນ​ບົ​ດລາຍ​ງານ​ຂອງ​ບໍລິສັດ​ປ້ອງ​ກັນ​ຄວາມ​ປອດ​ໄພ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ Mandiant Corp ຂອງ​ອາ​ເມ​ລິ​ກາ ​ແມ່ນ​ໄຮ້​ເຫດຜົນ​ນັບທັງດ້ານ​ຕົວ​ຈິງ​​ແລະ ພື້ນຖານ​ນິຕິ​ກຳ. ​ໃນ​ຄຳ​ປະກາດ​​ທາງ​ເວັບ​ໄຊ www.mod.gov.cn, ທ່ານຈິງ​ຢຽນ​ເຊິ່ງ ​ເນັ້ນໜັກ​ວ່າ: ກົດໝາຍ​ຈີນ ​ເກືອດ​ຫ້າມ​ທຸກ​ການ​ເຄື່ອນ​ໄຫວ​ລະ​ເມີດ​ຄວາມ​ປອດ​ໄພ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ແລະ ຍາມ​ໃດ ​ລັດຖະບານ​ຈີນ ​ກໍ່ລົງ​ໂທດ​ Hacker ຢ່າງ​ເຂັ້ມງວດ. ຕາມ​ທ່ານຈິງ​ຢຽນ​ເຊິ່ງ ແລ້ວ, ບົດ​ລາຍ​ງານ​ຂອງ Mandiant ​ແມ່ນ​ຂາດ​ມູນ​ຫຼັກ​ຖານ​ຍ້ອນ​ພຽງ​ແຕ່​ອີງ​ຕາມ​ການ​ເຊື່ອມ​ຕໍ່ IP ​ເພື່ອ​ສະຫລຸບ​ວ່າການ​ບຸກ​ໂຈມ​ຕີ​ເຄືອ​ຍຂ່າຍອິນ​ເຕີ​ເນັດ​ແມ່ນ​ເລີ່​ມມາຈາກ​ຈີນທ່ານ​ຖື​ວ່າ: ການ​ໂຈ​ມຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດຄັ້ງນີ້ມີ​ລັກສະນະ​ຂ້າມ​ຊາດ​  ບໍ່​ເຜີຍ​ຊື່ ​ແລະ ຜິດ​ກົດໝາຍ. ສະນັ້ນ, ການ​ປະກາດ​ບັນດາ​ບົດ​ລາຍ​ງານ​ນີ້​ແມ່ນ​ບໍ່​ມີ​ຄວາມ​ໝາຍ.

ຂ່າວ/ບົດ​ອື່ນ