ກອງທັບຊີຣີ ບຸກໂຈມຕີເຂດດ້ວຍການ ຍິງປືນໃຫຍ່ເຂົ້າຊາວ Kurd ຢູ່ ຊີຣີ

(VOVWORLD) - ບັນດາກຳລັງປະຊາທິປະໄຕ ຊີຣີ (SDF) ໂດຍຊາວ Kurd ນຳໜ້າໄດ້ປະກາດໂຕ້ຕອບເຫດບຸກໂຈມຕີດ້ວຍການຍິງປືນໃຫຍ່ໃສ່ພາຫະນະຄັນໜຶ່ງຂອງກອງທັບ ຕວກກີ. SDF ຢັ້ງຢືນວ່າ ກຳລັງນີ້ “ມີສິດໂຕ້ຕອບການບຸກໂຈມຕີທຸກຄັ້ງ”.
ກອງທັບຊີຣີ ບຸກໂຈມຕີເຂດດ້ວຍການ ຍິງປືນໃຫຍ່ເຂົ້າຊາວ Kurd ຢູ່ ຊີຣີ - ảnh 1 ພາບປະກອບ

ວັນທີ 31 ຕຸລາ, ສະຖານີໂທລະພາບແຫ່ງຊາດ TRT ໄດ້ໃຫ້ຂ່າວວ່າ, ກອງທັບ ຕວກກີ ໄດ້ບຸກໂຈມຕີດ້ວຍປືນໃຫຍ່ເລັ່ງໃສ່ເຂດໂດຍຊາວ Kurd ຄວບຄຸມຢູ່ທາງທິດເໜືອ ຊີຣີ, ດັບສູນທະຫານກະບົດຊາວ Kurd ໄດ້ 4 ຄົນ. ບັນດາກຳລັງປະຊາທິປະໄຕ ຊີຣີ (SDF) ໂດຍຊາວ Kurd ນຳໜ້າໄດ້ປະກາດໂຕ້ຕອບເຫດບຸກໂຈມຕີດ້ວຍການຍິງປືນໃຫຍ່ໃສ່ພາຫະນະຄັນໜຶ່ງຂອງກອງທັບ ຕວກກີ. SDF ຢັ້ງຢືນວ່າ ກຳລັງນີ້ “ມີສິດໂຕ້ຕອບການບຸກໂຈມຕີທຸກຄັ້ງ”. ກຳລັງໂດຍ ອາເມລິກາ ໜູນຫຼັງນີ້ກໍ່ຮຽກຮ້ອງໃຫ້ທະຫານປະສົມສາກົນຕ້ານ IS ມີຫຼັກໝັ້ນແຂງກະດ້າງເພື່ອສະກັດກັ້ນ ຕວກກີ ດຳເນີນບັນດາເຫດບຸກໂຈມຕີທີ່ຄ້າຍຄືກັນ.

        SDF ກໍ່ໃຫ້ຮູ້ວ່າ, ກຳລັງນີ້ໄດ້ຢຸດຕິບັ້ນຮົບຄັ້ງຕ້ານຄືນອົງການ IS ໄວ້ຊົ່ວຄາວຢູ່ແຂວງ Deir Ezzor, ພາຍຫຼັງທີ່ຕວກກີ ໄດ້ບຸກໂຈມຕີໃສ່ບັນດາເຂດຢູ່ທາງທິດເໜືອຂອງ ຊີຣີ ໂດຍຊາວ Kurd ຄວບຄຸມ. ໃນຖະແຫຼງການໜຶ່ງ, ກອງບັນຊາການສູງສຸດ SDF ໄດ້ຊີ້ແຈ້ງວ່າ, ເລື່ອງ ຕວກກີ ສືບຕໍ່ດຳເນີນການບຸກໂຈມຕີດັ່ງກ່າວຈະເຮັດໃຫ້ບັ້ນຮົບການທະຫານຂອງ SDF ຕ້ານ IS ຖືກໂຈະໄວ້ໃນໄລຍະເວລາຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ