ກອງທັບຊີຣີ ພ້ອມແລ້ວຢຸດຍິງເພື່ອສືບສວນສອບສວນການບຸກໂຈມຕີດ້ວຍທາດເຄມີ

ກອງທັບຊີຣີ ພ້ອມແລ້ວຢຸດຍິງເພື່ອສືບສວນສອບສວນການບຸກໂຈມຕີດ້ວຍທາດເຄມີ - ảnh 1ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ອາ​ວຸດ​ເຄ​ມີ
(ພາບປະ​ກອບ​ຈາກ Getty Images)

(vovworld) - ​​​ວັນ​ທີ 24/4, ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ໃຫ້​ຮູ້​ວ່າ: ກອງ​ທັບ ຊີ​ຣີ ​ພ້ອມ​​ແລ​້ວຢຸດ​ຍິງ​ຢູ່​ອ້ອມ​ແອ້ມ​ເທດ​ສະ​ບານ Khan Sheikhun ໂດຍ​​ກຳ​ລັງ​ລຸກ​ຮື​ຂຶ້ນ​ຄວບ​ຄຸມ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ກ່ອນນັ້ນ​ຖືກ​ບຸກ​ໂຈມ​ຕີ​ທີ່​ຖືກ​ສົງ​ໄສ​ນຳ​ໃຊ້​ອາ​ວຸດ​ເຄ​ມີ, ຖ້າ​ວ່າ ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ສົ່ງ​ເຖິງ​ສະ​ຖານ​ທີ່ນີ້​ເພື່ອ​ດຳ​ເນີນ​ການກວ​ດ​ກາ. ແລະ​ກໍ່​ໃນ​ວັນດຽວ​ກັນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Sigmar Gabriel ຖື​ວ່າ ກົນ​ໄກ​ຢຸດ​ຍິງ​ໃນ​ສົງ​ຄາມ​ກາງ​ເມືອງ​ຂອງ​ຊີ​ຣີ ພຽງ​ບັນ​ລຸ​ໄດ້​ ເມື່ອ​ໄດ້​ຮ​ັບ​ການ​ການ​ໜູນ​ຊ່ວຍ​ຂອງ​ລັດ​ເຊຍ, ເຊິ່ງ​ແມ່ນ​ປະ​ເທດ​ໜຶ່ງ​ດຽວ​ມີ “ຜົນ​ສະ​ທ້ອນ​ແທດ​ຈິງ” ສຳ​ລັບ​ລັດ​ຖະ​ບານ ຊີ​ຣີ. ທ່ານ Gabriel ຍັງ​ຖື​ວ່າ ການ​ເຈ​ລະ​ຈາ​ກ່ຽວ​ກັບ​ມາດ​ຕະ​ການ​ການ​ເມືອງ​ສຳ​ລັບ ຊີ​ຣີ ຕ້ອງ​ຕອບ​ສະ​ໜອງ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ລັດ​ເຊຍ, ອາ​ເມ​ລິ​ກາ ແລະ ທົ່ວ​ພາກ​ພື້ນ, ໃນ​ນັ້ນ​ມີ​ແມ່​ນ້ຳ​ຈໍ້​ແດນ. ຕາມ​ທ່ານ​ແລ້ວ, ເອີ​ລົບ ຄວນ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ຍ້ອນ​ພາກ​ພື້ນນີ້​ຖືກ​ຜົນ​ສະ​ທ້ອນ​ໂດຍ​ກົງ​ຍ້ອນ​ສົງ​ຄາມ​ກາງ​ເມືອງ​ຢູ່ ຊີ​ຣີ, ໃນ​ນັ້ນ​ມີ​ການ​ຕ້ອງ​ຮັບ​ຊາວ​ອົບ​ພະ​ຍົບ​ນັບ​ລ້ານ​ໆຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ