ກອງທັບຊີຣີ ຢຶດຄອງເມືອງ ຍຸດທະສາດຢູ່ Homs ຄືນໃໝ່

ກອງທັບຊີຣີ ຢຶດຄອງເມືອງ ຍຸດທະສາດຢູ່ Homs ຄືນໃໝ່ - ảnh 1
​ຊີຣີ ຍາດ​​ໄດ້​ສິດ​ຄວບ​ຄຸມ​ຢູ່ເມືອງ Khaldiyeh
(ພາບປະກອບ)


(vovworld) - ວັນ​ທີ 29/07, ຊ່ອງ​ໂທລະພາບ​ແຫ່ງ​ຊາດ​ຊີຣີ ​ໃຫ້​ຂ່າວ​ວ່າ, ກອງທັບ​ຂອງ​ປະ​ເທດ​ນີ້​ຍາດ​​ໄດ້​ສິດ​ຄວບ​ຄຸມ​ຢູ່ເມືອງ Khaldiyeh ທີ່​ນະຄອນ​ຫຼວງ​ທາງ​ພາກ​ກາງ Homs ຄື​ນ​ໃໝ່. ນີ້​ແມ່ນ​ບັນດາ​ເມືອງ​ທີ່​ຫຼັກ​ແຫຼ່ງຂອງ​ກຳລັງ​ຝ່າຍ​ຄ້ານ​ຢູ່​ນະຄອນ​ໃຫຍ່​ອັນ​ດັບ 3 ຂອງ​ຊີຣີ. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ ພາຍ​ຫຼັງ​ເວລາ 1 ​ເດືອນ ​ເມື່ອ​ກອງທັບ​ຊີຣີ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ມື​ປືນ​ສັງກັດ​ຂະ​ບວນການ Hezbollah ​ເລີ່​ມຕົ້ນ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່ ​ເພື່ອ​ແນ​ໃສ່​ຍາດ​ໄດ້​ສິດ​ຄວບ​ຄຸມ​ບັນ​ດາ​ເຂດ​ໂດຍ​ຝ່າຍ​ຄ້ານຢຶດດ​ຄອງ​ຢູ່ Homs. ນີ້​ຖືກ​ຖື​ວ່າ​ແມ່ນ​ໄຊຊະນະ​ທີ່​ສຳຄັນ​ກວ່າ​ໝູ່​ຂອງ​ກອງທັບ​ຊີຣີ ຢູ່ Homs ນັບ​ແຕ່​​​ເວລາ​ດຳ​ເນີນບັ້ນ​ຮົບຢູ່​ເມືອງ Baba Amr ​ໃນ​ເດືອນ ມີນາ 2012. ການ​ປະ​ທະ​ກັນ​ແກ່ຍາວ​ຕະຫຼອດ 28 ​ເດືອນ​ຜ່ານ​ມາຢູ່​ຊີຣີ ​​ໄດ້​ເຮັດ​​ໃຫ້ 100.000 ຄົນ​ເສຍ​ຊີວິດ ​ແລະ 1,7 ລ້ານ​ຄົນ ຕ້ອງ​ໄປ​ອົບ​ພະຍົບຢູ່​ປະ​ເທດ​ອື່ນ.
ຂ່າວ/ບົດ​ອື່ນ