ກອງທັບຊີຣີດັບສູນທະຫານກະບົດຫຼາຍຄົນ

ກອງທັບຊີຣີດັບສູນທະຫານກະບົດຫຼາຍຄົນ - ảnh 1
ພາບ​ປະ​ກອບ

(vovworld) – ສຳນັກ​ຂ່າວສານ​ແຫ່ງ​ລັດ SANA ຂອງ ຊີຣີ​ໃຫ້​ຂ່າວ​ເມື່ອ​ວັນ​ທີ 4/7 ວ່າ: ​ໃນ​ການ​ບຸກ​ໂຈມ​ຕີ​ໃນ​ວັນ​ດຽວ​ກັນ​ຢູ່​ນະຄອນ​​​ແຄ​ມທະ​ເລ Latakia, ພາກ​ຕາ​ເວັນ​ຕົກ ຊີຣີ, ກອງທັບ​ປະ​ເທດ​ນີ້​ໄດ້​ດັບ​ສູນ​ທະຫານ​ກະບົດ​ຢ່າງ​ໜ້ອຍ​ສຸດ 100 ຄົນ. ຕາມ SANA ​ແລ້ວ, ກອງທັບ ຊີຣີ ​ໄດ້​ຜັນ​ຂະຫຍາຍ​ບັ້ນ​ຮົບ “ມີ​ປະສິດທິ​ຜົນ” ຢູ່​ເທດສະບານ Shalf, ພາກ​ເໜືອ​ນະຄອນ Latakia, ​ແລະ ດັບ​ສູນ​ທະຫານ​ກະບົດ 100 ຄົນ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ບັນດາ​ມື​ປືນ​ຊາວ​ຕ່າງປະ​ເທດ.

  ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ບັນດາ​ກຳລັງ​ຂອງ ຊີຣີ ​ໄດ້​ດັບ​ສູນ​ທະຫານ​ກະບົດ 20 ຄົນ​ຢູ່​ຊານ​ນະຄອນທາງ​ທິດຕາ​ເວັນ​ອອກ​ຂອງ​ນະຄອນຫຼວງ ດາ​ມາ​ກຸດ. SANA ​ໃຫ້​ຮູ້​ວ່າ​ບັນດາ​ຫົວ​ໜ້າ​ຂອງ​ທະຫານ​ກະບົດ​ຖືກ​ດັບ​ສູນ​ໃນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ