ກອງທັບຊີຣີດັບສູນພວກກໍ່ການຮ້າຍal-Quaedaເກືອບ60ຄົນ

ກອງທັບຊີຣີດັບສູນພວກກໍ່ການຮ້າຍal-Quaedaເກືອບ60ຄົນ - ảnh 1
ບັນດາມືປືນຂຶ້ນກັບແນວໂຮມal Nusra
ພາບ:vtv.vn

(vovworld) – ສຳນັກ​ຂ່າວສານ​ແຫ່ງ​ລັດ ຊີຣີ ​ໃຫ້​ຂ່າວ​ວ່າ: ວັນ​ທີ 9/10, ກອງທັບ​ປະ​ເທດ​ນີ້​ໄດ້​ທຳລາຍ​ກົນອຸບາຍ​ຂອງ​ກຸ່ມ“​ແນວ​ໂຮມ al Nusra ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ເຄືອ​ຂ່າຍ​ກໍ່    ​ກາ​ນຮ້າຍ al Qaeda, ຊອກ​ວິທີ​ເພື່ອ​ແຊກ​ຊືມ​ເຂົ້າ​ເຂດ al Qalamoun ທາງ​ພາກ​ເຫນືອ​ນະຄອນຫລວງ Damascus. ​ໃນ​ບັ້ນ​ຮົບ​ນີ້, ກອງທັບ​ຊີຣີ ດັບ​ສູນ​ພວກ​ກໍ່​ການ​ຮ້າຍ​ອັນ​ຕະລາຍ 57 ຄົນ. ​ໃນ​ວັນ​ດຽວ​ກັນ, ອົງການ​ຕິດຕາມ​ກວດກາ​ສິດທິ​ມະນຸດ ຊີຣີ ​ໃຫ້​ຮູ້​ວ່າ: ມີ 25 ຄົນ​ຖືກ​ເສຍ​ຊີວິດ ​ແລະ 10 ຄົນ​ຖືກ​ບາດ​ເຈັບ​ໃນ​ບັນດາ​ການ​ບຸກ​ໂຈມ​ຕີ ​ໂດຍ​ກອງທັບ​ອາກາດ ຊີຣີ ປະຕິບັດ ​ເລັ່ງ​ໃສ່​ເຂດ Arbeen ຊານ​ກຳ​ແພງ​ທາງ​ທິດຕາ​ເວັນ​ອອກ Damascus.

ຂ່າວ/ບົດ​ອື່ນ