ກອງທັບຊີຣີບຸກໂຈມຕີທາງອາກາດຢູ່ພາກເໜືອ

ກອງທັບຊີຣີບຸກໂຈມຕີທາງອາກາດຢູ່ພາກເໜືອ - ảnh 1
ສະ​ຖານ​ທີ່​ເກີດ​ເຫດ
(ພາບ​ປະ​ກອບ​ຈາກSyria AFP/TTXVN)

(vovworld) – ​ການ​ບຸກ​ໂຈມ​ຕີ​​ທາງ​ອາ​ກາດຄັ້ງ​ຕ່າງໆເມື່ອ​ວັນ​ທີ 29/4 ຂອງ​ກຳ​ລັງ​ລັດ​ຖະ​ບານ ຊີ​ຣີ ຢູ່​ບັນ​ດາ​ແຂວງ Aleppo ແລະ Idlib, ​ທາງພາກ​ເໜືອ​ປະ​ເທດນີ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 23 ຄົນ​ເສຍ​ຊີ​ວິດ ແລະ 50 ຄົນ​ຮັບ​ບາດ​ເຈັບ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທະ​​​ຫານກະ​ບົດ​ຂອງ​ກຳ​ລັງ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ 25 ຄົນ​ຖືກ​ເສ​ຍ​ຊີ​ວິດ ແລະ ອີກ 20 ຄົນ​ຮັບ​ບາດ​ເຈັບ​ເມື່ອ​ເກີດ​ບັນ​ດາ​ການ​ຍິງ​ປືນ​ຂະ​ໜາດ​ໃຫຍ່​ຢູ່​ໂຮງ​ງານ​ຜະ​ລິດ​ວັດ​ຖຸ​ລະ​ເບີດ​ຂອງ IS ຢູ່​ເທດ​ສະ​ບານ​ເມືອງ Al – Mayadeen, ແຂ​ວງ Deir Ezzor, ພາ​ກ​ຕາ​ເວັນ​ອອກ ຊີ​ຣີ. ປະ​ຈຸ​ບັນ, ບໍ່​ທັນ​ຮູ້​ສາຍ​ເຫດ​ຂອງ​ການ​ລະ​ເບີດ​ຄັ້ງ​ນີ້​ແມ່ນ​ຍ້ອນອຸ​ບັດ​ຕິ​ເຫດ ຫຼື ການ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ. ປະ​ຈຸ​ບັນ, IS ພວມ​ຄວບ​ຄຸມ​ສ່ວນຫຼາຍ​​ຢູ່ແຂວງ Deir Ezzor, ເຊິ່ງ​ແມ່ນ​ແຂວງ ມີ​ນ້ຳ​ມັນ​ແຮ່​ຫຼາຍຢູ່​​ຕິດ​ກັບ​ຊາຍ​ແດນ ອີ​ຣັກ. ເຖິງ​ຢ່​າງ​ໃດ​ກໍ່​ຕາມ, ກຳ​ລັງ​ລັດ​ຖະ​ບານ ຊີ​ຣີ ຍັງ​ຄົງ​ຄວບ​ຄຸມ​ບາງ​ເຂດ​ຢູ່​ແຂວງນີ້​ຢູ່.

 


ຂ່າວ/ບົດ​ອື່ນ