ກອງທັບຊີຣີບຸກໂຕມຕີທາງອາກາດຖານທີ່ໝັ້ນພວກກະບົດ

ກອງທັບຊີຣີບຸກໂຕມຕີທາງອາກາດຖານທີ່ໝັ້ນພວກກະບົດ - ảnh 1
(ພາບປະກອບ: AFP)

(vovworld) – ວັນ​ທີ 16/08, ກອງທັບ​ຊີຣີ ​ໄດ້​ເປີດ​ການ​ບຸກ​ໂຕມຕີ ​​ໃສ່​​ຖານ​ທີ່​ໝັ້ນຂອງ​ກຳລັງ​ກະບົດ​ຢູ່​ເທດສະບານ Douma, ທາງ​ທິດຕາ​ເວັນ​ອອກ​ນະຄອນຫຼວງ Damascus. ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ໄດ້​ກໍ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ພວກ​ກະບົດ, ນັບ​ທັງ​ຄົນ ​ແລະ ຊັບ​ສິນ; ພ້ອມ​ທັງເຮັດ​ໃຫ້​ສາມັນ​ຊົນ​ຫຼາຍ​ຄົນ​ເສຍ​ຊີວິດ. ຢ່າງ​ໜ້ອຍ​ສຸດ​ມີ 58 ຄົນ​ເສຍ​ຊີວິດ ​ແລະ 200 ຄົນ​ຮັບ​ບາດ​ເຈັບ. ​ຖານ​ຍິງ​ລູກ​ຈະ​ຫຼວດ ​ແລະ ສາງ​ອາວຸດຫຼາຍ​ແຫ່ງ​ຂອງ​ພວກ​ກະບົດ​ຖືກ​ທຳລາຍ. ​ພາກສ່ວນ​ກໍ​ການ​ຮ້າຍ​ຫຼາຍ​ຄົນຖືກ​ດັບ​ສູນ, ​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ຊາວ​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ