ກອງທັບຊີຣີປະກາດປົດປ່ອຍນະຄອນAleppo

ກອງທັບຊີຣີປະກາດປົດປ່ອຍນະຄອນAleppo - ảnh 1
ກອງທັບ ຊີຣີ ​ໄດ້​ປະກາດ​ປົດ​ປ່ອຍ​ເຂດ​ຕາ​ເວັນ​ອອກ​ນະຄອນ Aleppo
(ພາບ: AP/TTXVN)

(vovworld) – ​ ວັນ​ທີ 22/12 ກອງທັບ ຊີຣີ ​ໄດ້​ປະກາດ​ປົດ​ປ່ອຍ​ເຂດ​ຕາ​ເວັນ​ອອກ​ນະຄອນ Aleppo ທາງພາກ​​ເໜືອ ຊີຣີ ​ເມື່ອ​ບັນດາ​ກຸ່ມກະບົດລຸກ​ຮື້​ຂຶ້ນ​ສຸດ​ທ້າຍ​ໄດ້​ຖອນອອກ​ຈາກ​ນະຄອນ, ຊ່ວຍ​ໃຫ້​ລັກ​ຖະບານ​ກຳ​ເອົາ​ສິດ​ຄວບ​ຄຸມ​ Aleppo ຢ່າງ​ສົມບູນ. ຕາມ​​ປະກາດ​ຂອງ​ກອງທັບ ຊີຣີ ​ທາງໂທລະພາບ​ແຫ່ງ​ຊາດ​ແລ້ວ, ກຳລັງ​ລັດຖະບານ​ໄດ້​ສ້າງ​ “ຄວາມ​ສະຫງົບ​ປອດ​ໄພ” ຄືນ​ໃໝ່ ຢູ່  Aleppo ພາຍຫລັງ​ທີ່ບັນດາ​ມື​ປືນ​ລຸກ​ຮື້​ຂຶ້ນ​ສຸດທ້າຍ​ໄດ້ຍົກຍ້າຍ​ອອກ​ຈາກ​ເຂດ​ຕາ​ເວັນ​ອອກ​ນະຄອນ​ນີ້. ກ່ອນ​ໜ້າ​ນັ້ນ ​ໂທລະພາບ​ແຫ່ງຊາ​ດ ຊີຣີ ​ໃຫ້​ຂ່າວ​ວ່າ ລົດ​ເມ 4 ຄັນ​ສຸດ​ທ້າຍ​ຂົນ​ສົ່ງ​ບັນດາ​ມື​ປືນ​ກໍ່​ການ​ຮ້າຍ​ພ້ອມ​ກັບຍາດຕິ​ພີ່ນ້ອງ​ໄດ້​ມາ​ຮອດ Ramussa ຢູ່​ພາກ​ໃຕ້ Aleppo ​ທີ່​ຂຶ້ນ​ກັບ​ການ​ປົກຄອງ​ຂອງ​ທະຫານ​ລັດຖະບານ​.

        ​ຍັງ​ມີ​ຂ່າວກ່ຽວຂ້ອງ, ກຳລັງຝ່າຍ​ຄ້ານຢູ່ ຊີຣີ ​ຍອມ​ຮັບວ່າ​ກອງທັບ​ລັດຖະບານ​ໄດ້​ປົກຄອງ​​ນະຄອນ​ພາກ​ເໜືອ Aleppo ຢ່າງ​ເປັນ​ທາງ​ການ.

 

ຂ່າວ/ບົດ​ອື່ນ