ກອງທັບ​ຊີຣີປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ ໃນ​ໂອກາດ​ງານ​ບຸນ Eid al Adha

ກອງທັບ​ຊີຣີປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ ໃນ​ໂອກາດ​ງານ​ບຸນ Eid al Adha - ảnh 1

(ພາບ:baomoi.com)

(VOV)- ວັນ​ທີ 25/10, ກອງທັບ​ຊີຣີ ປະກາດ​ຈະ​ເຫັນ​ດີ​ກັບຂໍ້​ຕົກລົງ​ຢຸດ​ຍິງ​ໃນ​ເວລາ 4 ວັນ​ເນື່ອງ​ໃນ​ກາດງານ​ບຸນສັກກະ​ລະ​ບູຊາ Eid al Adha ຂອງ​ຊາວ​ມຸດ​ສະ​ລິ​ມ ຕາມ​ຂໍ້​ລິ​ເລີ່​ມຂອງ​ທ່ານ Brahimi ທູດ​ພິ​ເສດ​ລວມຂອງ ສປຊ ​ແລະ ສະຫະພາບ​ອາຣັບ. ​ໃນ​ບົດ​ຖະ​ແຫຼ​ງທາງ​​ໂທລະພາບ​ຊີຣີ, ກອງທັບ​ປະ​ເທ​ດນີ້​ຢັ້ງຢືນ​ວ່າ​ບັນດາ​ບັ້ນຮົບ​ການ​ທະຫານ​ຈະ​ຖືກ​ຢຸດຕິ​ຊົ່ວຄາວ​ນັບ​ແຕ່​ຕອນ​ເຊົ້າຂອງວັນທີ 26/10 ຈົນ​ຮອດ​ວັນ​ທີ 29/10. ​ແຕ່​ກອງທັບ​ຊີຣີ ຍັງ​ຮັກສາ​ສິດ​ໂຕ້​ຕອບ​ຄືນ​ຖ້າ​ຫາກ​ວ່າ​ບັນດາ​ກຸ່ມ​ກຳລັງ​ປະກອບ​ອາວຸດ​ຝ່າຍ​ຄ້ານ​ສືບ​ຕໍ່​ບຸກ​ໂຈມ​ຕີ​ສາມັນ​ຊົນ ​ແລະ ກຳລັງ​ລັດຖະບານ. ກ່ອນ​ທີ່​ຂໍ້​ຕົກລົງ​ຢຸດ​ຍິງ​ດັ່ງກ່າວ​ມີ​ຜົນ​ສັກສິດ​ເປັນ​ເວລາ 1 ວັນ, ວັນ​ທີ 25/10, ຍັງ​ໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງດຸເດືອດລະ​ຫວ່າງກອງທັບ​ລັດຖະບານ ​ແລະ ກຳລັງ​ຝ່າຍ​ຄ້ານ​ຕ້ານ​ຊີຣີ ດ້ວຍ​ຈຸດ​ເຄັ່ງຮ້ອນ​ແມ່ນ​ສະໜາມ​ຮົບຢູ່ Aleppo ທາງ​ພາກ​ເໜືອ​ປະ​ເທດ​ນີ້. ກຳລັງ​ຝ່າຍ​ຄ້ານ​ໄດ້​ບຸກ​ເຂົ້າ​ເມືອງ Ashrafiyeh ຂອງ​ຊາວ​ເກີດ ຂຶ້ນກັບ​ນະຄອນ ​Aleppo ເຮັດ​ໃຫ້ສາມັນ​ຊົນ 9 ຄົນ​ເສຍ​ຊີວິດ ​ແລະ ອີ​ກ 15 ຄົນ​ຖືກ​ບາດ​ເຈັບ.

ຕໍໜ້າເຫດການນີ້, ຫາງ​ສຽງໄດ້ສະແດງຄວາມ​ຊົມ​ເຊີຍຕໍ່​ຂໍ້​ຕົກລົງຢຸດ​ຍິງ​ດັ່ງກ່າວຢູ່​ຊີ​ຮີ. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ຊົມ​ເຊີຍ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່ ຊີ​ຮີ ​ໄດ້​ເຫັນ​ດີ​ຢຸດ​ຍິງ​ໃນ​ໂອກາດ​ງານ​ບຸນ Eid al-Adha ​ເປັນ​ເວລາ 4 ວັນ, ​ເລີ່​ມ​ແຕ່​ວັນ​ທີ 26/10, ທ່ານ Martin Nesirky ​ໂຄສົກ​ຂອງ​ສະຫະ​ປະຊາ​ຊາດ​ເນັ້ນ​ໜັກ​ວ່າ, ”ສິ່ງ​ສຳຄັນ​ແມ່ນ​ທຸກ​ຝ່າຍ​ໄດ້​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ” ຕາມ​ຂໍ້​ລິ​ເລີ່​ມຂອງ​ທູດ​ພິ​ເສດ​ລວມສະຫະ​ປະຊາ​ຊາດ - ສະຫະພັນ​ອາ​ຮັບ.

        ​ໃນ​ຂະນະ​ນັ້ນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ ກໍ່​ຕີ​ລາຄາ​ວ່າ​ອຳນາດ​ການ​ປົກຄອງ​ ຊີ​ຮີ ​ໄດ້​ຢັ້ງຢືນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື ​ເພື່ອ​ມຸ້ງ​ໄປ​ເຖິງ​ການ​ຢຸດຕິ​ສະພາບ​ນອງ​ເລືອດ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້, ​ເປີດ​ຊ່ອງ​ທາງ​ໃຫ້​ມາດຕະການ​​ດ້ານ​ການ​ເມືອງ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຜ່ານ​ການ​ເຈລະຈາ​ຢ່າງຮອບດ້ານ.

        ອາ​ເມ​ລິ​ກາ​ ກໍ່​ຊົມ​ເຊີຍ​ຂໍ້​ຕົກລົງ​ຢຸດ​ຍິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ຫວັງ​ວ່າ​ຂໍ້​ຕົກລົງ​ຢຸດ​ຍິງ​ໃນ​ໂອກາດ​ງານ​ບຸນ​ຂອງ​ຊາວ​ມຸດ​ສະ​ລິນ​ນີ້​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ວິວັດ​ການ​ມອບ​ໂອນ​ສິດ​ອຳນາດດ້ານ​ການ​ເມືອງ​ຢູ່​ຊີ​ຮີ.

 

 

 

 

 

 

ຂ່າວ/ບົດ​ອື່ນ