ກອງທັບຊີຣີຢືດຄອງເຂດຕາເວັນຕົກນະຄອນເກົ່າPalmyraຈາກISຄືນໃໝ່

ກອງທັບຊີຣີຢືດຄອງເຂດຕາເວັນຕົກນະຄອນເກົ່າPalmyraຈາກISຄືນໃໝ່ - ảnh 1
ກອງ​ທັບ ຊີ​ຣີ ຢູ່​ບ້ານ Tayyibat, ແຂວງ Hama.
 (ພາບ: AFP/TTXVN)

(vovworld) - ກຳ​ລັງ​ລັດ​ຖະ​ບານ ຊີ​ຣີ ບັນ​ລຸ​ໄດ້ບັນ​ດາ​ຄວາມ​ຄືບ​ໜ້າ​ດ້ານ​ການ​ທະ​ຫານ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢືດ​ຄອງ​ນະ​ຄອນ​ເກົ່າ Palmyra ຢູ່​ພາກ​ກາງ​ຄືນ​ໃໝ່, ຈາກນັ້ນ​ເປີດ​ເສັ້ນ​ທາງ​ຕົ້ນ​ຕໍ​ສະ​ໜອງ​ນ້ຳ​ມັນ​ບໍ່ ແລະ ອາຍ​ແກ​ສ​ໃຫ້​ແກ່​ນະ​ຄອນຫຼວງ Damacus. ​ວັນ​ທີ 22/6, ກອງ​ທັບ ຊີ​ຣີ ເພີ່ມ​ທະ​ວີບັ້ນ​ຮົບ​ການ​ທະ​ຫານ​ຕ້ານ​ຄືນ​ບັນ​ດາ​ມື​ປືນ​ຂອງ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ຢູ່ Palmyra, ບັນ​ດາ​ເຂດ​ໃກ້​ຄຽງ ແລະ ບັນ​ລຸ​ໄດ້​ “ບັນ​ດາ​ຄວາມ​ຄ​ືບ​ໜ້າ​ລະ​ອຽດ” ຢູ່​ເຂດ al – Biyarat ຢູ່​ພາກ​ຕາ​ເວັນ​ຕົກ​ນ​ະ​ຄອນນີ້. ອົງ​ການ “ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນ​ຸດ ຊີ​ຣີ” (SOHR, ມີ​ສຳ​ນັກ​ງານ​ຢູ່ ອັງ​ກິດ) ກໍ່​​ຍອມ​ຮັບບັນ​ດາ​ໄຊ​ຊະ​ນະ​ດັ່ງ​ກ່າວ ແລະ ໃຫ້​ຮູ້​ວ່າ​ກອງ​ທັບຫຼວງ ຊີ​ຣີ ແລະ​ ບັນ​ດາ​ກຳ​ລັງ​ສະ​ໜັ​ບ​ສະ​ໜູນ​ລັດ​ຖະ​ບານ ໄດ້​ມີ​ການ​ປະ​ທະ​ກັນ​ກັບ​ບັນ​ດາ​ມື​ປືນ IS ໃນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ນະ​ຄອນ Homs ກັບ Palmyra. ທ່ານ Rami Abdel Rahman, ຜູ້​ອຳ​ນວຍ​ການ SOHR ປະ​ກາດກອງ​ທັບ​ລັດ​ຖະ​ບານ ຊີ​ຣີ ໄດ້​ຍູ້ IS ອອກ​ຈາກເຂດ al – Biyarat ແລະ ປະ​ຈຸ​ບັນ​ຫ່າງ​ຈາກ Palmyra ປະ​ມານ 10 ກມ.


ຂ່າວ/ບົດ​ອື່ນ