ກອງທັບຊີຣີຢຶດຄອງເທດສະບານຍຸດທະສາດຢູ່ແຂວງHomsຈາກກຳມືຂອງIS

ກອງທັບຊີຣີຢຶດຄອງເທດສະບານຍຸດທະສາດຢູ່ແຂວງHomsຈາກກຳມືຂອງIS - ảnh 1
ກອງທັບຊີຣີຢຶດຄອງເທດສະບານຍຸດທະສາດ
ຢູ່ແຂວງHomsຈາກກຳມືຂອງIS
(ພາບ: REUTERS)


(vovworld) –​ ວັນ​ທີ 29/12, ກອງ​ທັບ​ຊີ​ຣີ ​ຢຶດ​ຄອງ​ຄືນ​ເທດ​ສະ​ບານ​ຍຸດ​ທະ​ສາດ Mahin, ແຂວ​ງ​ພາກ​ກາງ Homs ຈາກ​ກຳ​ມື​ຂອງ​ອົງ​ການ​ລັດ​ອິດ​ສະ​ລາມ IS ອ້​າງ​ຊື່​ເອງ. ນອກ​ນັ້ນ, ກອງ​ທັບ​ຊີ​ຮີ ​ກໍ​ຍັງ​ຢຶດ​ຄອງໄດ​ເທດ​ສະ​ບານ​​ທີ່​ຢູ່ໃກ້​ຄຽງ Hawarin ຕື່ມ​ອີກ. Mahin ຕັ້ງ​ຢູ່​ທິດ​ຕາ​ເວັນ​ອອກ​​ກ່ຽງ​ໃຕ້ ຂອງ​ແຂວງ Homs, ມີ​ບົດ​ບາດ​ສຳ​ຄັນ​ນັບ​ທັງ​ກັບ IS ແລະ ລັດ​ຖະ​ບານ​ຊີ​ຣີ ຍ້​ອນ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ ໃກ້​ກັບ​ເສັ້ນ​ທາງ​ສາ​ກົນ, ເຊິ່ງ​ເປັນ​ເສັ້ນ​ທາງ​ຕົ້ນ​ຕໍ​ນອນ​ຢູ່​ໃຈ​ກາງ​ນະ​ຄອນ​ຫຼວງ Damascus, ແຂວງ Homs ແລະ ເຂດ​ພາ​ກ​ເໜືອ. ຕາມ​ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ​ຊີຣີ ແລ້ວ, ນັບ​ແຕ່​ວັນ​ທີ 28/12, ບັນ​ດາ​ກຳ​ລັງ​ກອງ​ທັບ​ອາ​ກາດ​ຂອງ​ຊີ​ຣີ ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ 80 ຄັ້ງ​ແນ​ໃສ່ Sheikh Miskin, ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢືດ​ຄອງ​​ຄືນເຂດ​ທີ່​ສວ​ມ​ບົດ​ບາດ​ເປັນ​ເຂດລຳ​ລຽງ​ໃຫ້​ພວກ​ກະ​ບົດ​ລຸກ​ຮີື້​ຂຶ້ນ​ພວມ​ເ​ຄື່ອນ​ໄຫວ​ຢູ່​ແຂວງ Daraa ນີ້.

ຂ່າວ/ບົດ​ອື່ນ