ກອງທັບຊີຣີສືບຕໍ່ບຸກໂຈມຕີເຂົ້າຖານທີ່ໝັ້ນຂອງIS

ກອງທັບຊີຣີສືບຕໍ່ບຸກໂຈມຕີເຂົ້າຖານທີ່ໝັ້ນຂອງIS - ảnh 1
(ພາບປະກອບ: AFP/TTXVN)

(vovworld) - ວັນ​ທີ 19/06 ກອງທັບ ຊີຣີ ສືບ​ຕໍ່​ເປ​ີດກ້ວາງ​ບັນດາ​ການ​ບຸກ​ໂຈມ​ຕີ ​​ເລິກ​ເຂົ້າ​ຖານທີ່​ໝັ້ນ​ຂອງ​ອົງການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ຢູ່​ແຂວງ Al Raqqa. ການ​ບຸກ​ໂຈມ​ຕີ​ຂອງ​ກອງທັບ ຊີຣີ ​ໄດ້​ຮັບ​ການ​ຕີ​ລາຄາວ່າ ​ແມ່ນ​ສຳຄັນ ​ເພາະວ່າ​ເຂດ​ນີ້ ​ແມ່ນ​ເຂດ​ຖານ​ທີ່​ໝັ້ນ​ຂອງ IS ຢູ່ ຊີຣີ. ກອງທັບ​ລັດຖະບານ ຢືດໄດ້​ບໍ່​ນ້ຳມັນ Al Thawra  ​ແລະ ບຸກເຂົ້າ​ເຂດຊຸມ​ຊົນ​ຢູ່​ທາງ​ທິດຕາ​ເວັນ​ຕົກ Al Raqqa. ປະຈຸ​ບັນ ກຳລັງ​ນີ້ ພຽງ​ແຕ່​ຫ່າງ​ໄກ​ກັບຖານ​ທີ່​ໝັ້ນ​ການບິນ​ຍຸດ​ທະ​ສາດ Al Tabaqa ປະ​ມານ 10 ກມ​ເທົ່າ​ນັ້ນ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 04/06 ກອງທັບ ຊີຣີ ​ໄດ້​ບຸກ​ເຂົ້າບໍລິ​ເວນ​ແຂວງ Al Raqqa ພາຍຫລັງ​ເປີດ​ບັ້ນ​ຮົບທີ່​ມີ​ຂອບຂະໜາດ​ໃຫຍ່ ​ເລັ່ງ​ໃສ່​ເສັ້ນທາງ​ລະຫວ່າງ​​ເທດສະບານ​ເມືອງ Athriya ​ແລະ Al Tabaqa. ​ເສັ້ນທາງ​ດັ່ງກ່າວຈະ​ອານຸຍາດ​ໃຫ້ ກອງທັບ ຊີຣີ ກວດກາ​ໄດ້​ບັນດາ​ເສັ້ນທາ​ງສຳຄັນ​ອື່ນ​ໆ ທີ່​​ເຊື່ອມ​ຕໍ່​ລະ​ຫວ່າງ Al Raqqa ກັບ​ແຂວງ Aleppo.

ຂ່າວ/ບົດ​ອື່ນ