ກອງທັບຊີຣີໄດ້ປົດປ່ອຍເທດສະບານຍຸດທະສາດ Uqayribat ອອກຈາກກຳມືຂອງ IS

(VOVWORLD) -ວັນທີ 02 ກັນຍາ, ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ, ບັນດາກຳລັງຂອງກອງທັບຊີຣີ, ພາຍໃຕ້ການໜູນຊ່ວຍຈາກທັບອາກາດລັດເຊຍ, ໄດ້ປົດປ່ອຍເທດສະບານຍຸດທະສາດ Uqayribat ຢູ່ແຂວງ Hama ຂອງຊີຣີ ອອກຈາກກຳມືຂອງພວກ IS.
ກອງທັບຊີຣີໄດ້ປົດປ່ອຍເທດສະບານຍຸດທະສາດ Uqayribat ອອກຈາກກຳມືຂອງ IS - ảnh 1 (ພາບປະກອບ: THX/ TTXVN)

ແຈ້ງການຂອງກະຊວງປ້ອງກັນປະເທດລັດເຊຍ ຊີ້ແຈ້ງວ່າ: “ບັນດາກົມກອງສັງກັດກອງພົນຫຸ້ມເກາະເລກ 4 ຂອງກອງທັບຊີຣີ, ພາຍໃຕ້ການໜູນຊ່ວຍຂອງກົມກອງທະຫານບົກບຸກໂຈມຕີເລກ 5 ໄດ້ປົດປ່ອຍເທດສະບານ Uqayribat. ບັ້ນຮົບບຸກໂຈມຕີແມ່ນເພື່ອແນໃສ່ດັບສູນກຸ່ມ IS ຫຼັກແຫຼ່ງຢູ່ເຂດຍຸດທະສາດ Uqayribat ຢູ່ທາງທິດຕາເວັນອອກແຂວງ Hama ເຊິ່ງໄດ້ຮັບການດຳເນີນພາຍໃຕ້ການໜູນຊ່ວຍຈາກກຳລັງກອງທັບອາກາດຈັກກະວານລັດເຊຍ”.

ຕອບກັບ

ຂ່າວ/ບົດ​ອື່ນ