ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ກຽມພ້ອມປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ

(VOVWORLD) - ກອງທັບໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງຕັ້ງໜ້າ, ມີປະສິດທິຜົນ, ໃນນັ້ນ, ເຂົ້າຮ່ວມ ແລະ ສະເໜີຂໍ້ລິເລີ່ມທີ່ບັນດາເວທີປາໄສຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍຢູ່ພາກພື້ນ ແລະ ສາກົນ
ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ກຽມພ້ອມປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ - ảnh 1ພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ
(ພາບ:VOV)

ຫວ່າງແລ້ວນີ້, ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໃຫ້ຮູ້ວ່າ: ປີ 2022, ກອງທັບປະຊາຊົນ ຫວຽດນາມ ໄດ້ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ຢ່າງຮອບດ້ານ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ… ກອງທັບໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງຕັ້ງໜ້າ, ມີປະສິດທິຜົນ, ໃນນັ້ນ, ເຂົ້າຮ່ວມ ແລະ ສະເໜີຂໍ້ລິເລີ່ມທີ່ບັນດາເວທີປາໄສຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍຢູ່ພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບເຂດອາຊຽນ; ຈັດຕັ້ງການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບດ້ານປ້ອງກັນຊາດ; ຈັດງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມສຳເລັດຜົນ… ພົນໂທ ຫງວຽນເຕີນເກືອງ ໃຫ້ຮູ້ວ່າ:

        “ຍົກສູງຄຸນນະພາບການສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບ.  ຜັນຂະຫຍາຍບັນດາວຽກງານ ພະລາທິການ - ເຕັກນິກ, ການເງິນ, ແຜນການ ແລະ ການລົງທຶນ, ວິທະຍາສາດການທະຫານ, ລະບອບກົດໝາຍ, ຕຸລາການ ແລະ ການກວດກາໃນກອງທັບຢ່າງຄົບຊຸດ ແລະ ມີປະສິດທິຜົນ; ພັດທະນາອຸດສາຫະກຳປ້ອງກັນຊາດຕອບສະໜອງຄຳຮຽກຮ້ອງຕ້ອງການກໍ່ສ້າງກອງທັບໃນສະພາບການໃໝ່; ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດຕາມທິດນຳ “ຕັ້ງໜ້າ, ເປັນເຈົ້າການ, ແນ່ນອນ, ມີໄຫວພິບ, ມີປະສິດທິຜົນຢ່າງຄົບຊຸດ, ຮອບດ້ານ ແລະ ມີປະສິດທິຜົນ”, ປະກອບສ່ວນປົກປັກຮັກສາປະເທດຊາດແຕ່ຫົວທີ ແລະ ຈາກທາງໄກ”.

ຕອບກັບ

ຂ່າວ/ບົດ​ອື່ນ