ກອງທັບສ.ເກົາຫຼີສຸມໃສ່ຕ້ານບັນດາໄພນາບຂູ່ດ້ານນິວເຄຼຍ,ລູກສອນໄຟຈາກສປປ.ເກົາຫຼີ

ກອງທັບສ.ເກົາຫຼີສຸມໃສ່ຕ້ານບັນດາໄພນາບຂູ່ດ້ານນິວເຄຼຍ,ລູກສອນໄຟຈາກສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ: AFP/ TTXVN)

(vovworld) - ໃນ​ບົດ​ກ່າວ​ປາ​ໄສວັນ​ທີ 04/05, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ.ເກົາ​ຫຼີ Han Min koo ໃຫ້​ຮູ້​ວ່າ, ການ​ເຄື່ອນ​ໄຫວ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ດ້ານ​ການ​ທະ​ຫານ​ຂອງ​ປະ​ເທດ​ນີ້ ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ຕ້​ານ​ບັນ​ດາ​ໂຄງ​ການ​ນິວ​ເຄຼຍ ແລະ ລູກ​ສອນ​ໄພ​ນ​ຳ​ວິ​ຖີ​ຂອງ​ສ​ປ​ປ.ເກົາ​ຫຼີ. ໂດຍລະ​ອຽດ​ແມ່ນ, ​ໃນ​ຕໍ່​ໜ້າກອງ​ທັບ​ສ.ເກົ​າ​ຫຼີ ຈະ​ປັບ​ປຸງ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄ​ຟ “Kill Chain” ແລະ ສືບ​ຕໍ່​ເພີ່ມ​ທະ​ວີ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄ​ຟ - ປ້​ອງ​ກັນ​ອາ​ກາດ​ຕາມ​ຮູບ​ແບບ​ຂອງ​ສ.ເກົາ​ຫຼີ (KAMD) ພ້ອມ​ທັງ​​ເພີ່​ມ​ເຕີມ​ຍຸດ​ທະ​ພັ​ນ​ທີ່ນຳ​ໃຊ້​ໃນ​ສົງ​ຄາມ​ທົ່ວ​ໄປ​ເທື່​ອ​ລະ​ກ້າວ.

        “Kill Chain” ແລະ KAMD ແມ່ນ 2 ໂຄງ​ການ​ປ້ອງ​ກັນ​ລູກ​ສອນ​ໄຟ​ໂດຍ​ສ​.ເກົາ​ຫຼີ ພັດ​ທະ​ນາ​ເອງ, ເພື່ອ​ເປັນ​ເຈົ້າ​ການ​ພົບ​ເຫັນ ແລະ ​ເຮັດ​ໃຫ​້​ບັນ​ດາ​ໄພ​ນາບ​ຂູ່​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ຈາກ​ສ​ປ​ປ.ເກົາ​ຫຼ ບໍ່​ມີ​ຜົນ​ສັກ​ສິດ​ອີກ.

ຂ່າວ/ບົດ​ອື່ນ