ກອງທັບສ.ເກົາຫຼີສ້າງຕັ້ງຄະນະຮັບຜິດຊອບໜ້າທີ່ປ້ອງກັນທາງອິນເຕີເນັດ


ກອງທັບສ.ເກົາຫຼີສ້າງຕັ້ງຄະນະຮັບຜິດຊອບໜ້າທີ່ປ້ອງກັນທາງອິນເຕີເນັດ - ảnh 1
ບັນ​ດາ​ພາ​ລະ​ກອນ​ໂຮງ​ງານ ໄຟ​ຟ້າ​ນິວ​ເຄຼຍ Wolseong ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ
(ພາບ: AFP/TTXVN)

(vovworld) – ວັນ​ທີ 24/12, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ. ເກົາຫຼີ ໃຫ້​ຮູ້​ວ່າ: ຈະ​ສ້າງ​ຕັ້ງ​ຄະ​ນະ​ຮັບ​ຜິດ​ຊອບ​ໜ້າ​ທີ່​ປ້ອງ​ກັນ​ທາງ​ອິນ​ເຕີ​ເນັດ​ຂຶ້ນ​ກັບ​ສະ​ພາ​ເສ​ນາ​ທິ​ການ​​ໃຫຍ່ທະ​ຫານ​ປະ​ສົມ​ໃນ​ວັນ​ທີ 1/1/2015. ນອກ​ຈາກນັ້ນ, ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຮັບ​ມື​ກັບ​​ການບ​ຸກ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ, ປະ​ທານ​ສະ​ພາ​ເສ​ນາ​ທິ​ການ​ໃຫຍ່​ທະ​ຫານ​ປະ​ສົມ ສ​. ເກົາຫຼີ ຈະ​ກວດ​ກາ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງກອງ​ບັນ​ຊາ​ການ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຂຶ້ນ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ກ່ອນ​ໜ້ານັ້ນ, ວັນ​ທີ 8/11, ກອງ​ບັນ​ຊາ​ການ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ໃຫ້​ຮູ້​ວ່າ​ຈະ​ປັບ​ປຸງ​ກົນ​ໄກ​ເປັນ​ເສ​ນາ​ທິ​ການ​ໃຫ້​ການ​ເຄື່ອນ​ໄຫວ​ປ​້ອງ​ກັນ​ທາງ​ອິນ​ເຕີ​ເນັດ, ຍົກ​​ຈຳ​ນວນ​ພົນ​ທະ​ຫານ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດນີ້​ຈາກ 600 ຂຶ້ນ​ເຖິງ​ກ່​ວາ 1.000 ຄົນ.

        ພາ​ຍຫຼັງ​ເຫດ​​ການ​ທີ່​ເກີດ​ຂຶ້ນ​ຫວ່າງ​ແລ້ວນີ້, ພິ​ເສດ​ເຫດ​ການ hacker ບຸກ​ໂຈມ​ຕີ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ, ສະ​ພາ​ເສ​ນາ​ທິ​ການ​​ໃຫຍ່​ທະ​ຫານ​ປະ​ສົມ ສ. ເກົາຫຼີ ຕີ​ລາ​ຄາ​​​​ວ່າໄພ​​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ພວມ​ເພີ່ມ​ຂຶ້ນ​ສູງ, ພ້ອມ​ທັງ​ປັບ​ປຸງ​ລະ​ດັບ​ປ້ອງ​ກັນ​ຈາ​ກ​ລະ​ດັບ “ທຳ​ມະ​ດາ”, ຂຶ້ນ​ເຖິງ​ລະ​ດັບ “​ກຽມ​ພ້ອມ​ຮັບ​ມື”.

ຂ່າວ/ບົດ​ອື່ນ