ກອງທັບຫວຽດນາມ - ຟີລິບປິນ ເພີ່ມທະວີການຮ່ວມມືກອງທັບເຮືອ, ຕຳຫຼວດປ້ອງກັນທະເລ..

ກອງທັບຫວຽດນາມ - ຟີລິບປິນ ເພີ່ມທະວີການຮ່ວມມືກອງທັບເຮືອ, ຕຳຫຼວດປ້ອງກັນທະເລ.. - ảnh 1
ທ່ານ​ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ
ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງທັບ​ຟີ​ລິບ​ປິນ
(ພາບ: vietnamplus.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 9/10, ທີ່​ການ​ພົບ​ປະລະຫວ່າງ​ທ່ານ​ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງທັບ​ຟີ​ລິບ​ປິນ ​ໂດຍ​ພົນ​ຈັດຕະວາ John s Bonados, ຜູ້​ບັນຊາ​ການຮົບພິ​ເສດ, ກອງທັບ​ບົກຟີ​ລິບ​ປິນ ນຳ​ໜ້າ ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ​ ນັ້ນ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ກະຊວງ​ປ້ອງ​ກັນປະ​ເທດ ຫວຽດນາມ ​ແລະ ຟີ​ລິບ​ປິນ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ລະຫວ່າງ​ທະຫານ​ເຮືອ, ຕຳ​ຫຼວງ​ປ້ອງ​ກັນ​ທະ​ເລ, ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ບັນດາ​ເວທີ​ປາ​ໄສ​ປ້ອງ​ກັນຊາ​ດຫຼາຍ​ຝ່າຍ​ຂອງ​ພາກ​ພື້ນ. ຜ່ານ​ການ​ເຄື່ອນ​​ໄຫວ​ເຫຼົ່າ​ນັ້ນ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ, ປະກອບສ່ວນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ລວມຂອງ​ພາກ​ພື້ນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທະຫານ​ເຮືອ, ຕຳຫຼວດ​ປ້ອງ​ກັນ​ທະ​ເລ, ກອງທັບ​ອາກາດ ​ແລະ ກອງທັບ​ບົກ, ຜ່ານ​ນັ້ນ, ນຳ​ການ​ພົວພັນ​ປ້ອງ​ກັນຊາ​ດຫວຽດນາມ - ຟີ​ລິບ​ປິນ ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ