ກອງທັບຫວຽດນາມແລະກຳປູເຈຍຮ່ວມມື,ແບ່ງປັນຂໍ້ມູນຂ່າວສານ

ກອງທັບຫວຽດນາມແລະກຳປູເຈຍຮ່ວມມື,ແບ່ງປັນຂໍ້ມູນຂ່າວສານ - ảnh 1
ທ່ານພົນ​ໂທ ​ໂດ​ບ໋າ​ຕິ້ ຕ້ອນຮັບ ທ່ານ​ພົນ​ເອກ Vong Veasna
(ພາບ: baodatviet.vn)

(vovworld) - ​ວັນ​ທີ 20/7ຢູ່​ຮ່າ​ໂນ້ຍ, ທ່ານພົນ​ໂທ ​ໂດ​ບ໋າ​ຕິ້, ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ພົນ​ເອກ Vong Veasna, ຫົວໜ້າ​ກົມການ​ຮົບ, ​ກອງ​ບັນຊາ​ການ​ໃຫຍ່ກອງທັບ​ລາຊະ​ອານາຈັກ ກຳປູ​ເຈຍ ພ້ອມ​ກັບ​ບັນດາ​ສະມາຊິກ​ໃນ​ຄະນະ ​ເນື່ອງ​ໃນ​ໂອກາດມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານພົນ​ໂທ ​ໂດ​ບ໋າ​ຕິ້ ​ໃຫ້​ຮູ້​ວ່າ: ບັນດາ​ອົງການ, ກົມ​ກອງ​ຂຶ້ນ​ກັບ​ກະ​ຊວງປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ພວມ​ຜັນ​ຂະຫຍາຍ​ເນື້ອ​ໃນ​ອະນຸ​ສັນຍາ​ກ່ຽວ​ກັບການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ 2 ຝ່າຍ​ໄລຍະ 2015 – 2019 ຢ່າງ​ຕັ້ງໜ້າ. ບັນດາ​ຂົງ​ເຂດ​ຮ່ວມ​ມື​ຄື: ບຳລຸງ​ສ້າງ, ​ເຝິກອົບຮົມພະນັກງານ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກຂັ້ນທີ່​ພວມ​ຜັນ​ຂະຫຍາຍ​ຢ່າງມີ​ປະສິດທິ​ຜົນ, ປະກອບສ່ວນ​ສຳຄັນ​ເຂົ້າ​ການ​ເພີ່ມ​ທະວີ​ການພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ 2 ກອງທັບ. ທ່ານ​ພົນ​ເອກ Vong Veasna ປາດ​ຖະໜາ​ຢາກ​ສືບ​ຕໍ່​​ຮ່ວມ​ມື​ກັບ​ກົມ​ການ​ຮົບ, ກອງ​ບັນຊາ​ການ​ໃຫຍ່ກອງທັບ​ປະຊາຊົນ ຫວຽດ​ນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ບຳລຸງ​ສ້າງ, ​ເຝິກ​ອົບຮົມ​ພະນັກງານ ​ແລະ ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ຊຶ່ງ​ທັງ 2 ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ​.

ຂ່າວ/ບົດ​ອື່ນ