ກອງທັບອິນເດຍແລະຈີນຮັກສາຊ່ອງຕິດຕໍ່ເຖິງວ່າພວມເກີດສະພາບການສູ້ຢັນກັນຢູ່ເຂດຊາຍແດນ

(VOVWORLD) -ກອງທັບອິນເດຍ ແລະ ຈີນ ຍັງສືບຕໍ່ຮັກສາຊ່ອງຕິດຕໍ່ໄວ້ຢູ່ ເຖິງວ່າ ສະພາບການສູ້ຢັນກັນທີ່ເຄັ່ງຕຶງຍັງສືບຕໍ່ເກີດຂຶ້ນຢູ່ເຂດ Rezang La ທາງທິດຕາເວັນອອກ Ladakh ກໍ່ຕາມ.
ກອງທັບອິນເດຍແລະຈີນຮັກສາຊ່ອງຕິດຕໍ່ເຖິງວ່າພວມເກີດສະພາບການສູ້ຢັນກັນຢູ່ເຂດຊາຍແດນ - ảnh 1 (ກອງທັບອິນເດຍ)

ວັນທີ 08 ກັນຍາ, ກອງທັບອິນເດຍ ແລະ ຈີນ ຍັງສືບຕໍ່ຮັກສາຊ່ອງຕິດຕໍ່ໄວ້ຢູ່ ເຖິງວ່າ ສະພາບການສູ້ຢັນກັນທີ່ເຄັ່ງຕຶງຍັງສືບຕໍ່ເກີດຂຶ້ນຢູ່ເຂດ Rezang La ທາງທິດຕາເວັນອອກ Ladakh ກໍ່ຕາມ. ໃນຂະນະນັ້ນ, 2 ຝ່າຍໄດ້ກ່າວຫາກັນວ່າ ໄດ້ຂ້າມຜ່ານເສັ້ນທາງຄວບຄຸມພື້ນທີ່ຕົວຈິງ (LAC)  ແລະ ໄດ້ຍິງປືນຂຶ້ນຟ້າໃສ່ຝ່າຍກົງກັນຂ້າມໃນຄືນວັນທີ 07 ກັນຍາ.

          ຖະແຫຼງການຂອງກອງທັບອິນເດຍ ໃຫ້ຮູ້ວ່າ, ຕອນຄ່ຳວັນທີ 07 ກັນຍາ, ທະຫານຈີນ ໄດ້ເຂົ້າໄປໃກ້ກັບເຂດໂດຍອິນເດຍ ຄວບຄຸມຢູ່ LAC ແລະ ຖືກທະຫານອິນເດຍ ກີດຂວາງ, ທະຫານຈີນ ໄດ້ຍິງປືນຂຶ້ນຟ້າເພື່ອແນໃສ່ນາບຂູ່ທະຫານອິນເດຍ, ກອງທັບອິນເດຍ ກໍ່ຢືນຢັນວ່າ ທະຫານຂອງຕົນບໍ່ໄດ້ຂ້າມຜ່ານເຂດກຳນົດ LAC ຫຼື ນຳໃຊ້ບໍ່ວ່າພາຫະນະບຸກໂຈມຕີໃດລວມທັງການຍິງປືນ ແລະ ໄດ້ມີຄວາມລະງັບໃຈທີ່ສຸດ.

          ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 08 ກັນຍາ, ກອງບັນຊາການທະຫານເຂດທາງທິດຕາເວັນຕົກຂອງທະຫານປົດປ່ອຍຈີນ ໄດ້ອອກແຈ້ງການກ່າວຫາທະຫານອິນເດຍ ວ່າໄດ້ “ຂ້າມຜ່ານເຂດກຳນົດ LAC ຢູ່ໜອງ Pangong ຢ່າງຜິດກົດໝາຍ”, ຍິງປືນຂຶ້ນທ້ອງຟ້າຢູ່ບັນດາເຂດມີທະຫານຈີນ ບັງຄັບໃຫ້ຈີນ ຕ້ອງມີບັນດາມາດຕະການຮັບມືເພື່ອຮັບປະກັນໃຫ້ສະພາບເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ