ກອງທັບ​ອີ​ຢີບຕ້ານ​ກົນອຸ​ບາຍ ທຳລາຍ​ໂບດ​ຢູ່ Rafah

ກອງທັບ​ອີ​ຢີບຕ້ານ​ກົນອຸ​ບາຍ ທຳລາຍ​ໂບດ​ຢູ່ Rafah - ảnh 1

ກອງທັບ​ອີ​ຢີບ

(ພາບ:chaobuoisang.net)

(vovworld): ວັນ​ທີ 7/1, ສຳນັກ​ຂ່າວສານ​ທາງ​ການ MENA ຂອງ​ອີ​ຢີບ ​ໄດ້​ໃຫ້​ຂ່າວ​ວ່າ: ກອງທັບ​ອີ​ຢີບ ຫາ​ກໍ່​ຕ້ານ​ກົນອຸບາຍ​ບຸກ​ໂຈມ​ຕີ​ໂບດ​ແຫ່ງ​ໜຶ່ງ​ຢູ່​ເຂດ​ດ່ານ​ຊາຍ​ແດນ Rafah ຢູ່​ແຫຼມ Sinai ​ໃນ​ເຂດ​ຊາຍ​ແດນ​ຕິດ​ກັບ​ເຂດ Gaza ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ. ຕາມ MENA ​ແລ້ວ, ທະຫານ​ອີ​ຢີບ ​ໄດ້ກັກ​ລົດ​ໂອ​ໂຕ​ຄັນ​ໜຶ່ງ​ບັນທຸກ​ທາດ​ລະ​ເບີດ ​ແລະ ອາວຸດ​ຢູ່ມໍ່​ກັບ​ໂບດ​ແຫ່ງ​ນີ້. ​ໃນ​ຂະນະ​ນັ້ນ, ຕາມ​ບັນດາ​ແຫຼ່ງຂ່າວ​ປ້ອງ​ກັນ​ຄວາມ​ສະຫງົບ, ​ແຜນ​ບຸກ​ໂຕ​ມຕີ​ດັ່ງກ່າວ​ອາດ​ແນ​ໃສ່ຄ້າ​ຍທະຫານ​ທີ່​ພວມ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ມໍ່​ກັບ​ໂບດ​ແຫ່ງ​ນີ້. ນີ້​ກໍ່​ແມ່ນ​ເປົ້າໝາຍ​ບຸກ​ໂຈມ​ຕີ​ຂອງ​ບັນດາ​ທະຫານ​ກະບົດ​ມຸດ​ສະ​ລິ​ມ ຢູ່​ອີ​ຢີບ. ປະຈຸ​ບັນ, ບໍ່​ທັນ​ຮູ້​ຜູ້​ຢືນ​ຢູ່​ເບື້ອງຫລັງກົນອຸບາຍ​ບຸກ​ໂຈມ​ຕີ​ນີ້​ເທື່ອ ​ແຕ່​ແຫຼ່ງຂ່າວ​ໜຶ່ງ​ໃຫ້​ຮູ້​ວ່າ: ອາດ​ຈະ​ແມ່ນ​ບັນດາ​ມື​ປືນ​ຊາວ​ມຸດ​ສະ​ລິ​ມຫົວ​ຮຸນ​ແຮງ​ທີ່​ຖືກ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີ​ຢີບ ຕິດຕາມ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ